Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ຈັດຕັ້ງພິທີປາຖະກະຖາ ວັນສຳຄັນຕ່າງໆ ຂອງຊາດ

📅 ວັນທີ: 20/10/2026

      ໃນຕອນເຊົ້າ ຂອງວັນທີ 23 ກັນຍາ 2026 ກົມຄົ້ນຄວ້າວິທະຍາສາດ ເເລະ ປະຫວັດສາດ ປ້ອງກັນຄວາມສະ ຫງົບ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ ຄື: ວັນລັດຖະທໍາມະນູນເເຫ່ງຊາດ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026), ວັນສ້າງຕັ້ງເເນວລາວຮັກສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ2026) ແລະ ວັນຢຶດອໍານາດ ຄົບຮອບ 81 ປິ, 51 ປີ (23 ສິງຫາ 1945-23 ສິງຫາ 2026 ແລະ 23 ສິງຫາ 1975-23 ສິງຫາ 2026) ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາ ຂອງ ພັອອຸ່ນເຮືອນ ອຸດົມສິດ ເເລະ ພັອ ປອ. ຄຳສິງ ເມືອງເໜືອ ກຳມະການຄະນະພັກ, ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ, ມີບັນດາສະຫາຍຄະນະບັນຊາ ກົມ, ຫ້ອງການ, ບັນດາພະແນກ ແລະ ຫໍພິພິທະພັນ ປ້ອງກັນຄວາມສະຫງົບ  ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດພາຍໃນກົມເຂົ້າຮ່ວມ.

      ໃນພິທີ, ພັອ ອຸ່ນເຮືອນ ອຸດົມສິດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍສໍາຄັນ ຂອງລັດຖະທຳມະນູນ, ພາຍຫຼັງດຳເນີນແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ ຂອງພັກ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງແຮງສັງລວມ ຂອງຊາດ ແລະ ຂອງຍຸກສະໄໝ ພາຍໃຕ້ການນຳພາ ຂອງພັກ ໄດ້ຫັນແນວທາງ, ມະຕິ, ຄຳສັ່ງ ຫັນມາເປັນກົດໝາຍພື້ນຖານ ຂອງຊາດເພື່ອສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ເຮັດໃຫ້ປະຊາຊົນ ຮັ່ງມີ, ຜາສຸກ, ປະເທດຊາດມັ່ງຄັ່ງ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິໄຕ, ຍຸຕິທຳ ແລະ ສິວິໄລ, ສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ; ລັດຖະທຳມະນູນ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ແລະ ການປະກອບຄຳເຫັນ ຢ່າງກວ້າງຂວາງ ຂອງປະຊາຊົນໃນຂອບເຂດທົ່ວປະເທດ ທີ່ສ່ອງແສງຢ່າງຈະແຈ້ງເຖິງເຈດຈຳນົງອັນສູງສົ່ງ, ຍາວນານ ແລະ ຄວາມຕັດສິນໃຈອັນແຮງກ້າ ຂອງວົງຄະນະຍາດແຫ່ງຊາດ ທີ່ພ້ອມກັນສູ້ຊົນ ສ້າງປະເທດລາວ ໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ; ທັງແມ່ນໝາກຜົນອັນໃຫຍ່ຫຼວງ ຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ເປັນບ່ອນອີງພື້ນຖານໃຫ້ແກ່ການສ້າງລະບົບກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃນທຸກຂົງເຂດວຽກງານ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງພົນລະເມືອງລາວທຸກຄົນ; ລັດຖະທຳມະນູນ ສະບັບທຳອິດແມ່ນໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍ ການປະກາດໃຊ້ຢ່າງເປັນທາງການ ນັບແຕ່ນັ້ນເປັນຕົ້ນມາ ແລະ ມາຮອດປະຈຸບັນ ລັດຖະທຳມະນູນ ແມ່ນໄດ້ມີການປັບປຸງແລ້ວ 3 ຄັ້ງ ຄື: ປີ 2003, 2015, 2025. ໃນນີ້, ລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2025 ປະກອບມີ XIV ພາກ 122 ມາດຕາ ເຊິ່ງໄດ້ກຳນົດ ກ່ຽວກັບລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານ ຂອງພົນລະເມືອງລາວ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສະພາປະຊາຊົນທ້ອງຖິ່ນ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ ແລະ ອົງການປະຊາຊົນ, ການກວດກາລັດ ແລະ ການກວດສອບແຫ່ງລັດ, ຄະນະກຳມະການເລືອກຕັ້ງ, ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ, ບົດບັນຍັດສຸດທ້າຍ; ມາເຖິງປະຈຸບລັດຖະບານ ໄດ້ຫັນເອົາເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ມາເປັນກົດໝາຍ ໃນຂະແໜງການ ແລະ ຂົງເຂດຕ່າງໆ ໄດ້ທັງໝົດ 176 (ກົດໝາຍ); ການຕີລາຄາສະພາບການຈັດຕັ້ງລັດຖະທໍາມະນູນ ແລະ ກົດໝາຍ ໃນໄລຍະ 35 ປີ ທີ່ຜ່ານມາ ເຊິ່ງຍົກໃຫ້ເຫັນດ້ານດີ-ຜົນສຳເລັດ, ສາເຫດທີ່ພາໃຫ້ມີດ້ານດີ ແລະ ຜົນສໍາເລັດ; ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານອ່ອນ-ຂໍຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕ່າງໆ ໃນຕໍ່ໜ້າ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.

      ນອກຈາກນັ້ນ, ພັອ ປອ. ຄໍາສິງ ເມືອງເໜືອ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນິດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການແນວລາວສ້າງຊາດ ໃນຕະຫຼອດໄລຍະ 76 ປີ ຜ່ານມາ ເຊິ່ງອົງການດັ່ງກ່າວ ແມ່ນມີບົດບາດສຳຄັນໃນຂະບວນການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ໂດຍສະເພາະ ເປັນອົງການຕໍ່ສູ້ຕາງໜ້າພັກ ຕາມກົດໝາຍ, ອົງການແນວລາວສ້າງຊາດ ໄດ້ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວ ໃຫ້ກາຍເປັນກຳລັງແຮງສັງລວມອັນມະຫາສານ ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍຊາດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປະຈຸບັນ; ພ້ອມກັນນັ້ນ, ຍັງເປັນອົງປະກອບສຳຄັນໃນລະບົບການເມືອງດ້ານວຽກງານຊົນເຜົ່າ ແລະ ສາສະໜາ, ມີສ່ວນຮ່ວມໃນການສົ່ງເສີມສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ຕາມລັດຖະທຳມະນູນ ແລະ ກົດໝາຍ, ເສີມສ້າງຄວາມສາມັກຄີ ຂອງ 50 ຊົນເຜົ່າໃຫ້ມີຄວາມເທົ່າທຽມກັນ, ພ້ອມທັງປະຕິບັດພາລະບົດບາດຕິດຕາມ-ກວດກາ, ປະກອບສ່ວນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເປັນບ່ອນສ່ອງແສງມະນະຈິດ ຂອງປະຊາຊົນ ເຖິງພັກ-ລັດ, ທັງມີສິດ ແລະ ໜ້າທີ່ ຕິດຕາມ, ກວດກາ ການເຄື່ອນໄຫວ ຂອງສະພາແຫ່ງຊາດ,​ ສະພາປະຊາຊົນທ້ອງຖິ່ນ ແລະ ສະມາຊິກ ຂອງສະພາດັ່ງກ່າວ ຕາມກົດໝາຍ.

      ນອກຈາກນີ້, ຍັງໄດ້ເລົ່າຄືນມູນເຊື້ອ ວັນຢືດອຳນາດ 23 ສິງຫາ ຄົບຮອບ 81 ປີ ແລະ 51 ປີ ເຊິ່ງ ແມ່ນວັນທີ່ມີຄວາມໝາຍສໍາຄັນທີ່ສຸດທາງດ້ານປະຫວັດສາດ ສໍາລັບປະຊາຊົນລາວທັງຊາດ ເພາະວ່າ:​ ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຢືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ ຂອງພັກກອມມູນິດຈີນດູຈີນ ແລະ ຕໍ່ມາແມ່ນພັກປະຊາຊົນ ປະຕິວັດລາວ, ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານ, ປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ຕີເອົາຊະນະສັດຕູຜູ້ຮຸກຮານ ໂດຍບໍ່ມີການນອງເລືອດ ເພື່ອຢຶດອຳນາດການປົກຄອງ ໃນທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ’’ ສາມາດໂຄ່ນລົ້ມກົງຈັກການປົກຄອງເກົ່າ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 02ທັນວາ 1975, ການຢຶດອຳນາດດັ່ງກ່າວມັນແມ່ນໄຊຊະນະ ຂອງແນວທາງປະຕິວັດ ອັນຖືກຕ້ອງເປັນທຳ ແລະ ການນຳພາອັນສະຫຼາດສ່ອງໃສ ຂອງພັກ, ທັງແມ່ນໄຊຊະນະ ຂອງຄວາມສາມັກຄີ ຮ່ວມສຳພັນສູ້ຮົບ ລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າ-ຄ່ຽງໄລ່ກັນ ຕ້ານສັດຕູໂຕດຽວກັນຕະຫຼອດໄລະຍະການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ.  

⬅ ກັບຄືນໜ້າຫຼັກ