Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ຫໍສະໝຸດ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

ຫ້ອງສະໝຸດ ​ແມ່ນ​ຄັງ​ຄວາມ​ຮູ້ ຊຶ່ງ​ເປັນ​ສະຖານ​ທີ່​ທ້ອນ​ໂຮມ, ​ເກັບ​ຮັກສາ, ສະ​ສົມປຶ້ມ ​ແລະ ສິ່ງ​ພິມອື່ນໆ ທີ່​ບັນຈຸ​ຄວາມ​ຮູ້, ສະຕິ​ປັນຍາ​ຂອງ​ມວນມະນຸດ ​ໂດຍ​ມີ​ຫຼັກການ​ຈັດ​ເປັນ​ລະບົບ​ຕາມ​ຫຼັກ​ວິຊາ​ການ ​​ເພື່ອສະໜອງ ​ແລະ ​ໃຫ້ການ​ບໍລິການ​ຂໍ້​ມູນ​-ຂ່າວສານ ​ແກ່ມ​ວນຊົນ​ທຸກ​ຊັ້ນຄົນ​ໃນ​ສັງຄົມ. ຫ້ອງ​ສະມຸດ​ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດສາດ ປກສ ​ແມ່ນ​ຄັງ​ສາງ​ຄວາມ​ຮູ້ ທີ່​ໄດ້​ທ້ອນ​ໂຮມ, ​ເກັບ​ຮັກສາ​ປຶ້ມ, ສິ່ງ​ພິມ​ທາງ​ວິທະຍາສາດ, ຍຸດ​ທະ​ສາດ, ປະຫວັດສາດ, ປັດ​ສະຍາ ​ແລະ ສິ່ງ ພິມ​ອື່ນນໆ ​ເພື່ອ​ສະໜອງ​ຂໍ້​ມູນ-​ຂ່າວສານ ​ໃຫ້​ແກ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ຫ້ອງ​ສະໝຸດ​ແຫ່ງ​ນີ້ ​ສ້າງ​ຂຶ້ນຕາມ​ໂຄງ​ສ້າງ​ຫໍພິພິທະ​ພັນ ຊຶ່ງ​ເປີດ​ບໍລິການ​ໃຫ້​ນັກຄົ້ນຄວ້າ, ນັກ​ສຶກສາ, ນັກຮຽນ ຕະຫຼອດ​ຮອດ​ພະນັກງານ-​ນັກຮົບ ​ໃນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​​ເລີ່​ມ​ແຕ່​ປີ 2011ເປັນຕົ້ນ​ມາ ​ໃນ​ຫ້ອງ​ສະໝຸດ​ຂອງ​ພວກ​ເຮົາ​ມີ​ປຶ້ມ, ​ເອກະສານ​ຕ່າງໆ ທີ່​ເປັນ​ຂໍ້​ມູນ​-ຂ່າວສານ​ສຳຄັນ ເຊັ່ນ: ວິທະຍາ​ນິພົນ​ປະລິນຍາ​ເອກ, ​ໂທ, ຕີ, ຊັ້ນສູງ, ປຶ້ມປະຫວັດສາດ, ປັດ​ສະຍາ, ວິທະຍາ ສາດ, ຍຸດ​ທະ​ສາດ ​ແລະ ສິ່ງ​ພິມ​ອື່ນໆ ລວມ 5.000 ກວ່າ​ຫົວ. ຫ້ອງ​ສະ​ໝຸດພວກ​ເຮົາ ເປີດ​ບໍລິການ​ແຕ່​ວັນ​ຈັນ-​ສຸກ ​ໃນ​ໂມງ​ລັດຖະການ; ຕອນ​ເຊົ້າ ​ເລີ້ມ​ແຕ່​ເວລາ 8​ ​ໂມງ ຫາ 11 ​ໂມງ 30 ນາທີ; ຕອນ​ແລງ​ເລີ່ມ​ແຕ່​ເວລາ 13 ​ໂມງ 30 ນາທີ ຫາ 16 ​ໂມງ ​ວັນ​ເສົາ​ ແລະ ວັນ​ອາທິດບໍ່​ໄດ້​ເປີດ​ບໍ​ລິ​ການ.ກົມ

ຫໍພິພິທະພັນ

ຮູບພາບ: ການຈັດວາງປື້ມ

ເນື້ອໃນເພີ່ມເຕີມ...

⬅ ກັບຄືນໜ້າຫຼັກ