ກຳລັງ ປກສ ນັບແຕ່ມື້ກຳເນີດເກີດຂຶ້ນຈົນເຖິງປະຈຸບັນ ໄດ້ເຄື່ອນໄຫວເຮັດໜ້າທີ່ຕໍ່ສູ້ສະກັດກັ້ນ, ປາບປາມພວກຝືນປະຕິວັດ, ບັນດາອິດທິກຳລັງປໍລະປັກ ແລະພວກກໍ່ໂທດກຳຕ່າງໆ, ສາມາດປົກ ປັກຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ, ຄວາມ ປອດໄພ ແລະຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ, ຍ້ອນໄດ້ຮັບການຊີ້ນຳ-ນຳພາ ໃກ້ສິດຕິດ ແທດຈາກຄະນະນຳສູນກາງພັກ-ລັດ ແລະຍ້ອນຄວາມສະຫຼາດສ່ອງໃສພວກເຮົາຈຶ່ງໄດ້ຮັບໄຊຊະນະ ແລະມີຜົນງານອັນໃຫຍ່ຫຼວງເປັນຂັ້ນໆມາ. ຊຶ່ງສະແດງໃຫ້ເຫັນເຖິງຮູບພາບຜົນງານ ແລະການຍ້ອງຍໍ ຂອງກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບໃນໄລຍະຜ່ານມາ; ມີຮູບພາບ 09 ຮູບ ແລະວັດຖຸພັນ 28 ຊະນິດ.
⚠️ ບໍ່ພົບໄຟລ໌ຮູບພາບໃນ: images/museum_01.jpg
ຮູບພາບ: ຫໍພິພິທະພັນ ປກສ
...