ພາກທີ 6 ວຽກງານປ້ອງກັນຄວາມສະຫງົບທ້ອງຖິ່ນ
ຍ້ອນເຫັນໄດ້ຄວາມສຳຄັນ ແລະຈຳເປັນຂອງວຽກງານ ສະນັ້ນ ປກສ ທ້ອງຖິ່ນແຂວງຕ່າງໆໃນ ທົ່ວປະເທດ ຈຶ່ງໄດ້ເອົາໃຈໃສ່ກໍ່ສ້າງ ແລະປັບປຸງກຳລັງຂອງຕົນ ໃຫ້ກາຍເປັນກຳລັງປ້ອງກັນຄວາມສະ ຫງົບຂອງປະຊາຊົນທີ່ປອດໃສ, ເຂັ້ມແຂງ ເປັນກຳລັງຫຼັກແຫຼ່ງທີ່ຈົງຮັກພັກດີ ຮັບປະກັນຄວາມສັນຕິ ສຸກຂອງປະຊາຊົນໃນທົ່ວປະເທດ, ບຳລຸງສ້າງຍົກລະດັບວິຊາສະເພາະ ໂດຍຕິດພັນກັບການສຶກສາອົບ ຮົມດ້ານຄຸນທາດການເມືອງ, ທັດສະນະຄຸນສົມບັດປະຕິວັດ ເຮັດໃຫ້ພະນັກງານນັກຮົບກົມກອງທ້ອງ ຖິ່ນຂອງຕົນມີລິບຽບແບບແຜນ ແລະລະດັບວິຊາສະເພາະສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຊຶ່ງສະແດງອອກໃນຮູບພາບການເຄື່ອນໄຫວວຽກງານຂອງ ປກສ ແຂວງ, ປກສ ເມືອງຕ່າງໆໃນທົ່ວປະເທດ; ມີຮູບພາບ 99 ຮູບ ແລະວັດຖຸພັນ 101 ຊະນິດ.
⚠️ ບໍ່ພົບໄຟລ໌ຮູບພາບໃນ: images/museum_01.jpg
ຮູບພາບ: ຫໍພິພິທະພັນ ປກສ
...