ວັນທີ 24 ກັນຍາ 2026 ກົມຄົ້ນຄວ້າວິທະຍາສາດ ເເລະ ປະຫວັດສາດ ປ້ອງກັນຄວາມສະ ຫງົບ ຈັດກອງປະຊຸມເປີດບັ້ນດຳເນິນຊີວິດການເມືອງ ເພື່ອກວດກາຕີຄາລາເເບ່ງປະເພດສະມາຊີກພັກ ເເລະ ຄັດເລືອກໜ່ວຍພັກ ປອດໃສ ເຂັ້ມເເຂງ ໝັກເເໝ້ນ ປະຈຳປີ 2026 ໃຫ້ກຽດເປັນປະທານ ຂອງສະຫາຍ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ເເລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ມີບັນດາຄະນະພັກ, ຄະນະນຳກົມ, ຄະນະໜ່ວຍພັກ ເເລະ ສະມາຊິກສົມບູນ-ສຳຮອງ ເຂົ້າຮ່ວມ.
ສະຫາຍ ພັອ ທັດສະພອນ ວົງພະຈັນ ໄດ້ກ່າວເປີດບັ້ນດຳເນິນຊີວິດການເມືອງ ປະຈຳປີ 2026 ຂອງຄະນະພັກຮາກຖານ ໃນຄັ້ງນີ້ ເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງເເນະນຳ ຂອງ ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ແລະ ປະຕິບັດຕາມແຈ້ງການ ຂອງກົມໃຫຍ່ການເມືອງ ວ່າດ້ວຍເປີດບັ້ນດໍາເນີນຊີວິດການເມືອງ ສໍາຫຼວດກວດກາ ຕີລາຄາປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ປະຈໍາປີ 2026 ໂດຍມອບໃຫ້ຄະນະພັກແຕ່ລະຂັ້ນ ນຳພາຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ໃນນີ້, ຈະໄດ້ຈັດຕັ້ງການເຊື່ອມຊຶມບັນດາເອກະສານທີ່ກ່ຽວຂ້ອງ ໃນການຜັນຂະຫຍາຍ ຄຳສັ່ງແນະນຳ ຂອງຂັ້ນເທິງ ໂດຍຖືເອົາໂອກາດນີ້ ເປັນການສຳຫຼວດກວດກາ ປະຈຳປີ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ. ພ້ອມກັນນັ້ນ ບັນດາສະຫາຍສາມາຊິກພັກ ຍັງຈະໄດ້ຍົກສູງຄວາມຮັບຜິດຊອບ ເຂົ້າໃນການຂຽນບົດສຳຫຼວດຕົນເອງ ແລະ ດຳເນີນການສຳຫຼວດກວດກາຕຳນິສົ່ງຂ່າວເຊິ່ງກັນ, ຕິດພັນກັບການຈັດປະເພດສະມາຊິກພັກ ຢູ່ໃນຈຸ ຂອງຕົນ ຕາມ 5 ດ້ານ ຫຼື 5 ເນືອໃນ ທີ່ໄດ້ເຈາະຈີ້ມຕາມໃບສຳຫຼວດຕົນເອງ ແລະ ຕີລາຄາໃຫ້ຄະແນນ, ຈັດປະເພດສະມາຊິກ ເພື່ອເປັນການກວດກາຕີລາຄາຄືນດ້ານຄຸນທາດການເມືອງ, ດ້ານຄຸນ ສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ, ດ້ານສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນ, ດ້ານແບບແຜນວິທີນຳພາ-ແບບແຜນວິທີເຮັດວຽກ, ດ້ານຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບ ແລະ ຜົນສຳເລັດຕໍ່ໜ້າທີ່ການເມືອງ ເພື່ອຍົກໃຫ້ເຫັນດ້ານດີ-ຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງຢ່າງກົງໄປ-ກົງມາ ທີ່ເປັນບັນຫາທີ່ຕັ້ງຂຶ້ນ ໃນໄລຍະ 1 ປີ ຜ່ານມາ ເຊິ່ງບັນຫາດັ່ງກ່າວຈະເປັນພື້ນຖານກຳນົດທິດທາງໃນການປັບປຸງ-ແກ້ໄຂ ຂອງຕົນໃນຕໍ່ໜ້າ ເພື່ອສູ້ຊົນສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ໃຫ້ປະກົດຜົນເປັນຈິງ, ໄປພ້ອມກັບການຕີລາຄາໃຫ້ຄະແນນ, ຈັດປະເພດໜ່ວຍພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ ປີ 2026 ຕາມ 5 ມາດຕະຖານ ຄື: ການນຳພາດ້ານການເມືອງ, ການນຳພາດ້ານແນວຄິດ, ການນຳພາດ້ານການຈັດຕັ້ງ, ການນຳພາດ້ານແບບແຜນວິທີເຮັດວຽກ ແລະ ການນຳພາປະຕິບັດໜ້າທີ່ການເມືອງ ເພື່ອຍົກສູງບົດບາດ, ຄວາມສາມາດໃນການນໍາພາ-ຊີ້ນຳ ຂອງບັນດາໜ່ວຍພັກ ໃຫ້ຮັບປະກັນການປະຕິບັດໜ້າທີ່ການເມືອງ ຂອງຕົນ.
ຈາກນັ້ນ, ສະຫາຍ ພັອ ທັດສະພອນ ວົງພະຈັນ ໄດ້ເຜີຍແຜ່ຄຳສັ່ງເເນະນຳ ເລກທີ 06 ຂອງຄະ ນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ຄຳແນະນຳ ເລກທີ 5453 ຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງແນະນຳ ຂອງຄະນະບໍລິ ຫານງານພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ; ພັອ ອຸ່ນເຮືອນ ອຸດົມສິດ ເຜີຍແຜ່ເອກະສານຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຈັນຍາທຳ-ຈັນຍາບັນ ຂອງນາຍ ແລະ ພົນຕຳຫຼວດ; ພັອ ທົ່ງສະຫວັດ ຫຼວງຈັນດາວົງສ ເຜີຍແຜ່ຂໍ້ຫ້າມ ຂອງສະມາຊິກພັກ, ຂໍ້ຕົກລົງ ເລກທີ 564 ວ່າດ້ວຍຂໍ້ຫ້າມ ຕໍ່ນາຍ ແລະ ພົນຕຳຫຼວດ ເພື່ອໃຫ້ຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນ ເພື່ອໜູນໃຊ້ເຂົ້າໃນການສຳຫຼວດກວດກາ, ຕີລາຄາຈັດຕັ້ງປະ ເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ດຳເນີນໄປໃຫ້ບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.