Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ເອກະສານ ກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ

📅 ວັນທີ: 28/09/2026

      ໃນຕອນເຊົ້າ ຂອງວັນທີ 16 ກັນຍາ 2026 ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ເອກະສານບັນດານິຕິກຳ ກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ; ໃຫ້ກຽດເຜີຍແຜ່ເອກະສານ ຂອງ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມ ແລະ ພັອ ທົງສະຫວັດ ຫຼວງຈັນດາວົງສ໌ ປະທານກວດກາຄະນະພັກຮາກຖານ, ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ບັນດາພະແນກການ ແລະ ຫໍພິພິທະພັນ ປ້ອງກັນຄວາມສະຫງົບ ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດພາຍໃນກົມເຂົ້າຮ່ວມ.

      ໃນນີ້, ພັອ ທັດສະພອນ ວົງພະຈັນ ໄດ້ຍົກໃຫ້ຄວາມໝາຍສຳຄັນ ແລະ ຄວາມຈຳເປັນ ໃນການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ. ສະນັ້ນ, ລັດຖະບານ, ຄະນະກຳມະການ ປກຊ-ປກສ ສູນກາງ ແລະ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກນິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຄໍາສັ່ງ ວ່າດ້ວຍການເກັບກູ້ອາວຸດປຶນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024; ຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການເກັບກູ້ອາວຸດປຶນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 31/ຄ.ປກຊ-ປກສ, ລົງວັນທີ 24 ມິຖຸນາ 2026; ຄຳສັ່ງ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປຶນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ, ລົງວັນທີ 16 ກໍລະກົດ 2026 ແລະ ແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປຶນ ແລະ ວັດຖຸລະເບີດ ສະບັບເລກທີ 311/ປກສ, ລົງວັນທີ 16 ກໍລະກົດ 2026 ເພື່ອໃຫ້ທຸກພາກສ່ວນພ້ອມກັນຈັດຕັ້ງປະຕິບັດ ກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ທີ່ບໍ່ຢູ່ໃນເປົ້າໝາຍອະນຸຍາດໃຫ້ຄອບຄອງ ແລະ ນຳໃຊ້ ຕາມກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮີບດ່ວນ, ທັນກັບສະພາບການ, ເປັນເອກະພາບ, ມີປະສິດທິພາບ, ປະສິດທິຜົນ, ທັງຮັບປະກັນໃນການສະກັດກັ້ນ ແລະ ແກ້ໄຂການບັນຫາອາວຸດປືນ-ວັດຖຸລະເບີດ ໃຫ້ໝົດໄປ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ປອດໄພ.

      ພັອ ທົງສະຫວັດ ຫຼວງຈັນດາວົງສ໌ ໄດ້ຍົກໃຫ້ເຫັນ: ເນື້ອໃນມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ X ເຊິ່ງປະກອບມີ: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນການເຄື່ອນວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ ສະບັບເລກທີ15/ຫສຊ, ລົງວັນທີ 26 ມີນາ 2026; ມະຕິ ວ່າດ້ວຍການຮັບຮອງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບແຫ່ງລັດ ສະບັບເລກທີ 16/ຫສຊ, ລົງວັນທີ 26 ມີນາ 2026; ມະຕິ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ສະບັບເລກທີ 19/ຫສຊ, ລົງວັນທີ 27 ມີນາ 2026 ແລະ ເອກະສານຊ້ອນທ້າຍ ຂອງມະຕິ ວ່າດ້ວຍການຮັບຮອງແຜນພັດຖະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະ ຫຼອດຮອດ ນາຍ ແລະ ພົນຕຳຫຼວດ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປັບປຸງ ແລະ ພັດທະນາກົນໄກການກວດກາ ໃຫ້ຄົບຖ້ວນ, ທັນສະໄໝ ໂດຍການປັບປຸງກົດໝາຍ, ລະບຽບການ ແລະ ຂໍ້ກຳນົດຕ່າງໆ ໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ, ເຮັດໃຫ້ວຽກງານກວດກາເປັນກົນໄກສຳຄັນ ໃນການຄຸ້ມຄອງລັດ ໃຫ້ໂປ່ງໃສ, ເຂົ້າໃຈເຖິງຜົນຮ້າຍ ຂອງການສໍ້ລາດບັງຫຼວງ ແລະ ເຂົ້າຮ່ວມໃນຂະບວນການຕ້ານການສໍ້ລາດບັງຫຼວງ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ມີຄຸນນະພາບຢ່າງແທ້ຈິງ.

⬅ ກັບຄືນໜ້າຫຼັກ