Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ຄົບຮອບ 24 ປີ

📅 ວັນທີ: 07/09/2026

      ໃນວັນທີ 06 ສິງຫາ 2026 ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ຄົບຮອບ 24 ປີ (09 ສິງຫາ 2002 – 09 ສິງຫາ 2026) ໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫົງບ ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດພາຍໃນກົມ ເຂົ້າຮ່ວມຢ່າງພ້ອມພຽງ.

       ໃນພິທີດັ່ງກ່າວ ພັອ ທັດສະພອນ ວົງພະຈັນ ໃຫ້ຮູ້ວ່າ: ຄວາມເປັນມາ ຂອງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃນພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກ ເຊິ່ງຢູ່ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດ, ເລິກເຊິ່ງ ແລະ ແທດເຖິງ ຂອງຄະນະພັກ-ຄະນະນຳກະຊວງປ້ອງກັນຄວາມສະຫງົບ ກໍ່ຄືຄະນະພັກ-ຄະນະບັນຊາ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະ ຈົນເຖິງປະຈຸບັນ. ກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ມີມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ຜ່ານໄລຍະ 24 ປີຜ່ານມາ ສະແດງອອກດັ່ງນີ້:

      1. ໄລຍະ ສ້າງເປັນສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມະຫງົບ ຂຶ້ນກັບກົມໃຫຍ່ກໍ່ສ້າງກຳລັງ.

       ໃນ ປີ 1994 ຄະນະ​ພັກ-​ຄະນະ​ນຳ ກະຊວງ​ພາຍ​ໃນໄດ້​ຕົກລົງ​ສ້າງ​ຕັ້ງ “ສູນ​ຄົ້ນຄວ້າ​ວິທະຍາສາດ​ປ້ອງກັນຄວາມສະ ຫງົບ” ຂຶ້ນກັບ​ກົມ​ໃຫຍ່​ກໍ່ສ້າງ​ກຳລັງ ມີ​ຖານະ​ທຽບ​ເທົ່າ​ກັບ​ບັນດາ​ກົມ ທີ່​ຂຶ້ນກັບ​ກົມ​ໃຫຍ່, ​​ເຊິ່ງມີ​ພາລະ​ບົດບາດ, ໜ້າທີ່ ​ໃນ​ການ​ຄົ້ນຄວ້າ​ປະຫວັດ​ມູນ​ເຊື້ອ ​ແລະ​ ຄົ້ນຄວ້າ​ວິທະຍາສາດ​ວິຊາ​ສະ​ເພາະ ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ ໂດຍ​ໄດ້​ແຕ່ງ​ຕັ້ງ ຮ້ອຍ​ເອກ ທອງ​ໃບລໍ​ວັນ​ໄຊ ​ແລະ​ ຮ້ອຍ​ເອກ ສົມ​ໃຈ ເທບ​ໄພ​ວົງ ​ເປັນ​ຮອງ​ຫົວໜ້າສູນ (​ໄລຍະ​ນີ້ຍັງ​ບໍ່ທັນ​ມີ​ຫົວໜ້າ) ​ເນື່ອງ​ຈາກ​ວ່າ​ໃນ​ໄລຍະ​ນີ້ບຸກຄະລາກອນຍັງມີຈຳກັດ ຈຶ່ງເຮັດພຽງໜ້າທີ່ດຽວ ຄື: ຄົ້ນຄວ້າປະຫວັດມູນເຊື້ອ ຂອງກຳລັງປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນເທົ່ານັ້ນ. ຕໍ່ມາເພື່ອຈັດຕັ້ງຂະຫຍາຍວຽກງານດັ່ງກ່າວ ໃຫ້ເປັນຮູບປະທຳ,​ ລັດຖະມົນຕີກະຊວງພາຍໃນ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຄົ້ນຄວ້າປະຫວັດມູນເຊື້ອ ຂອງກຳລັງປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ ເລກທີ 807/ພນ, ລົງວັນທີ 01 ກັນຍາ1994 ເປັນຊຸດທຳອິດໃນການເລີ່ມຕົ້ນຄົ້ນຄວ້າປະຫວັດມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບ ໂດຍແມ່ນ ສະຫາຍ ພັນເອກ ບຸນເພັງ ວົງພະຈັນ ຫົວໜ້າຫ້ອງການກະຊວງພາຍໃນ ເປັນຫົວໜ້າ, ສະຫາຍ ພັນເອກ ບຸນລ້ຳ ຄຳມະນີ ຮອງຄະນະກຳມະການກວດກາ ກະຊວງພາຍ​ໃນ ແລະ ພັນໂທ ສົມຈິດ ລິດສະ​ໄໝ ຫົວໜ້າການເມືອງ ກອງບັນຊາການປ້ອງກັນສູນກາງ ເປັນຮອງ; ໃນເວລານັ້ນ ນອກ​ຈາກ​ຄະນະ​ຄົ້ນ​ຄວ້າ​ປະຫວັດ​ມູນ​ເຊື້ອ ຂອງ​ກຳລັງ​ປ້ອງກັນຄວາມສະຫງົບລາວພວກ​ເຮົາ​ແລ້ວ ຍັງ​ມີ​ຄະນະຊ່ຽວຊານ ຂອງ​ກະຊວງ​ປ້ອງກັນຄວາມສະຫງົບຫວຽດນາມ ມາຊ່ວຍ 02 ສະຫາຍ ຄື: ສະຫາຍ ພັນເອກ ດັ້ງແມັ້ງຮວ່ານ ແລະ ຮ້ອຍເອກ ຫງວຽນວັນເລ, ເຊິ່ງການເຄື່ອນໄຫວຄົ້ນຄວ້າປະຫວັດ​ມູນ​ເຊື້ອ ຂອງຄະນະດັ່ງກ່າວ ແມ່ນຂຶ້ນກັບການຊີ້ນຳໂດຍກົງ ຂອງຄະນະນຳກະຊວງພາຍ​ໃນ.

      2. ໄລຍະ ສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມະຫງົບ ຂຶ້ນກັບຫ້ອງການ ກະຊວງພາຍໃນ.

       ປີ 1997 ກະຊວງ​ພາຍ​ໃນ ໄດ້​ມີ​ການ​ປັບປຸງ​ກົງ​ຈັກ​ການຈັດ​ຕັ້ງວຽກງານ​ຄົ້ນຄວ້າວິທະຍາສາດ​ປ້ອງກັນຄວາມສະ ຫງົບ ​ໂດຍ​​ແຍກວຽກງານ​ຄົ້ນຄວ້າ​ປະຫວັດ​ມູນ​ເຊື້ອ ໃຫ້​ໄປ​ຂຶ້ນກັບ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ກໍ່ສ້າງ​ກຳລັງ ​ແລະ ​ສ້າງ​ຕັ້ງ​ເປັນ​ພະ​ແນ​ກອົບຮົມ​ມູນ​ເຊື້ອ; ສ່ວນວຽກງານ​ຄົ້ນຄວ້າ​ວິທະຍາສາດ​ປ້ອງກັນຄວາມສະຫງົບ ກໍ່ຄືສູນ​ຄົ້ນຄວ້າ​ວິທະຍາສາດປ້ອງກັນຄວາມສະຫງົບ ແມ່ນໃຫ້​​ຂຶ້ນກັບ​ຫ້ອງການ​ກະຊວງ​ພາຍ​ໃນ ​ໃນເບື້ອງຕົ້ນປະກອບມີພະນັກງານ 04 ສະຫາຍ ຄື: ສະ ຫາຍ ພັນ​ຕີ ປທ. ທອງ​ເຫຼັກ ມັງ​ໜໍ່​ເມກ ​ເປັນ​ຫົວໜ້າ, ສະຫາຍ ພັນ​ຕີ ປທ. ສັງວານ ​ໄຊ​ສົງຄາມ, ສະຫາຍ ພັນ​ຕີ ປທ. ສີຍາ ທິບ​ພະ​ວົງ ​ເປັນ​ຮອງ ​ແລະ ສະຫາຍ ຮ້ອຍ​ໂທ ທັດ​ສະ​ພອນ ວົງ​ພະຈັນ ​ເປັນ​ວິຊາ​ການ. ໃນເວລານີ້ ສູນ​ຄົ້ນຄວ້າ​ວິທະຍາສາດ ປ້ອງກັນຄວາມສະຫງົບ ​ມີພາລະ​ບົດ​ບາດ​ເປັນ​ເສນາ​ທິການ ​ໃຫ້​ແກ່ຫ້ອງ​ການ​ກະຊວງ​ພາຍໃນ ໃນ​ການ​ຄົ້ນຄວ້າ ແລະ ​ຮຽບຮຽງ​ບັນດາເອກະສານ​ຕ່າງໆ​ ເພື່ອ​ຮັບ​ໃຊ້ໃຫ້ແກ່​​ລັດຖະມົນຕີ; ປະສານ​ສົມທົບ​ກັບບັນດາ​ໂຮງຮຽນ ​ຂອງກຳລັງປ້ອງກັນຄວາມສະຫງົບ ເພື່ອ​ປັບປຸງ ແລະ ກໍ່ສ້າງ​ຫຼັກສູດ​ການ​ຮຽນ-ການ​ສອນ ​ແລະ ​ເຂົ້າ​ຮ່ວມ​ເປັນ​ຄະນະ​ກຳມະການ​ສອບ​ເສັງຈົບ​ຊັ້ນຂອງ​ນັກຮຽນຢູ່ບັນດາ​ໂຮງຮຽນ ຂອງ​ກຳລັງ. ພ້ອມກັນນັ້ນ ກໍ່ໄດ້ລິ​ເລີ່ມຈັດຕັ້ງການຄົ້ນຄວ້າ​​​ວິທະຍາສາດ ​ໂດຍສະເພາະ ​ການ​ຄົ້ນຄວ້າພາລະ​ບົດບາດ ແລະ ​ຄວາມ​ສຳຄັນ ​ຂອງວຽກງານ​ວິທະຍາສາດໃນ​ກຳລັງ​ປ້ອງກັນ​ຄວາມສະຫງົບ ເພື່ອກະກຽມໃຫ້ແກ່ການສ້າງຕັ້ງສະພາ​ວິທະຍາສາດປ້ອງກັນຄວາມສະຫງົບ, ຕິດພັນກັບການປັບປຸງ​ກົງຈັກ​ການຈັດຕັ້ງຂອງ​ສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມສະຫງົບ ນຳສະເໜີກົມໃຫຍ່​ກໍ່ສ້າງ​ກຳລັງ ແລະ ກະຊວງພິຈາລະນາຕົກລົງ.

      3. ໄລຍະ ສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມະຫງົບ ເປັນຫົວໜ່ວຍເອກະລາດ ຂຶ້ນກັບກະຊວງປ້ອງກັນ

ສະຫງົບ.

      ປີ 2002 ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ V ໄດ້ຕົກລົງຮັບຮອງການປ່ຽນຊື່ກະຊວງພາຍໃນ ມາເປັນ ກະຊວງປ້ອງກັນຄວາມສະຫງົບ. ຫຼັງຈາກນັ້ນ, ກະຊວງກໍ່ໄດ້ປັບປຸງກົງຈັກການຈັດຕັ້ງ ຂອງຕົນ ແລະ ບັນດາກົມກອງຂຶ້ນກັບ. ໃນນີ້,  ໄດ້ຕົກລົງ​ຍົກລະ​ດັບ “ສູນ​ຄົ້ນ​ຄວ້າວິທະຍາສາດ ປ້ອງກັນຄວາມສະຫງົບ” ເປັນ​ຫົວໜ່ວຍເອກະລາດຂຶ້ນກັບກະຊວງ ໃນວັນ​ທີ 09 ສິງຫາ 2002 ​ໂດຍແຕ່ງຕັ້ງ ສະຫາຍ ພັນເອກ ສົມລິດ ຈິນດາ​ວົງ ​ເປັນ​ຫົວໜ້າ, ສະຫາຍ ພັນໂ​ທ ປອ. ທອງ​ເຫຼັກ ມັງໜໍ່​ເມກ, ສະຫາຍ ພັນໂທ ປທ. ສີຍາ ທິບ​ພະວົງ ​ແລະ ​ສະຫາຍ ພັ​ນ ໂທ ປທ ທອງ​ເຄນ. ບຸນ​ໝັ້ນ ເປັນຮອງ​. ຕໍ່ມາ ໃນປີ 2003 ກະຊວງໄດ້ຕົກລົງໂຮມເອົາວຽກງານ​ “​ກໍ່ສ້າງ​ນິຕິ​ກຳ” ມາ​ຂຶ້ນກັບ​ສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມສະຫງົບ ແລະ ໄດ້​ສັບຊ້ອນພະນັກງານເຂົ້າມາເພີ່ມເວລານີ້ມີຈຳນວນ 13​ ສະຫາຍ, ຍິງ 02 ສະຫາຍ, ດ້ານໂຄງ​ປະກອບ​ການຈັດ​ຕັ້ງ​ປະກອບ​ມີ 03 ຫ້ອງ​ຂຶ້ນກັບ ຄື: ຫ້ອງການ​ບໍລິຫານ-​ຈັດ​ຕັ້ງ, ຫ້ອງ​ຄົ້ນຄວ້າ​ຍຸດ​ທະ​ສາດ-​ວິທະຍາສາດ ແລະ ຫ້ອງ​ຄົ້ນຄວ້າ​ກົດໝາຍ-​ນິຕິ​ກໍາ.

      ປີ 2005 ກະຊວງ​ໄດ້​ຕົກລົງ​ແຕ່ງ​ຕັ້ງ ສະຫາຍ ພັນ​ໂທ ປອ. ຄຳ​ມ້າວ ຫຼ້າຈັນ​ເພັດ ຄະນະ​ພັກ​ກະຊວງ ມາ​ເປັນ​ຫົວໜ້າສູນ​ຄົ້ນຄ້ວາ​ວິທະຍາສາ​ດ ປ້ອງກັນຄວາມສະຫງົບ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ປທ. ນິດ ຈູມວິຈິດ ເປັນຮອງຫົວໜ້າສູນ  ​ໄລຍະ​ນີ້ ມີຈຳນວນພົນ 19 ສະຫາຍ, ຍິງ 02 ສະຫາຍ. ຈາກນັ້ນ, ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ກະຊວງຕົກລົງໄດ້​ຍົກ​ຍ້າຍ ​ສະຫາຍ ພັນ​ໂທ ປອ. ຄຳມ້າວ ຫຼ້າຈັນ​ເພັດ ​​ໄປ​ເປັນ​ຫົວໜ້າກອງ​ບັນຊາ​ການປ້ອງກັນຄວາມສະຫງົບ ​ແຂວງ ວຽງຈັນ ​ແລະ​​ ແຕ່ງ​ຕັ້ງ ສະຫາຍ ພັນ​ເອກ ສີສະ​ຫວາດ ​ແກ້ວ​ມາລາ​ວົງ ມາ​ເປັນ​ຫົວໜ້າສູນ​ຄົ້ນຄວ້າ​ວິທະຍາ ສາດ ປ້ອງກັນຄວາມສະຫງົບ.

      ປີ 2007 ສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມສະຫງົບ ໄດ້ສືບຕໍ່ໄດ້ຮັບການປັບປຸງຕົນເອງຢ່າງຮອບດ້ານ,  ໂດຍຂັ້ນເທິງໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ປທ. ທອງແດງ ຄໍາພິທູນ ມາເປັນຮອງຫົວໜ້າສູນ,  ເວລານີ້ຄະນະສູນປະກອບມີ 04 ສະຫາຍ ​ແລ​ະ ຈໍານວນ​ພົນ ມີ 23 ສະຫາຍ, ຍິງ 05 ສະຫາຍ. ຕໍ່ມາ​ໃນ​ວັນ​ທີ 16 ກຸ​ມພາ 2007 ​ໂດຍ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງໜ້າທີ່ວຽກງານ ​ຈຶ່ງ​ໄດ້​ມີ​ການ​ມອບ-​ຮັບ ວຽກງານ​ວາງສະ​ແດງມູນ​ເຊື້ອ ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ (ພະ​ແນ​ກມູນ​ເຊື້ອ ທີ່ຂຶ້ນກັບ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການ​ເມືອງ​ ປ້ອງກັນຄວາມສະຫງົບ) ພ້ອມນາຍ ​ແລະ​ ພົນ​ຕຳຫຼວດ 04 ສະຫາຍ, ຍິງ 03 ສະຫາຍ ມາ​ຂຶ້ນກັບ​ສູນ​ຄົ້ນຄວ້າ​ວິທະຍາສາດ​ ປ້ອງກັນຄວາມສະຫງົບ.

      4. ໄລຍະ ປ່ຽນຊື່ສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມະຫງົບ ມາເປັນກົມຄົ້ນຄວ້າປະຫວັດສາດ ແລະ

ວິທະຍາສາດ ປ້ອງກັນຄວາມສະຫງົບ.

      ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໄລຍະໃໝ່, ຕິດພັນກັບການເຕີບໃຫ່ຍຂະ ຫຍາຍຕົວ ຂອງໜ້າທີ່ວຽກງານ ແລະ ກົງຈັກການຈັດຕັ້ງ, ກະຊວງ​ໄດ້ຕົກລົງປ່ຽນ​ຊື່​ “ສູນຄົ້ນຄວ້າວິທະຍາສາດ ປ້ອງກັນຄວາມສະຫງົບ​” ມາ​ເປັນ “ກົມ​ຄົ້ນຄວ້າ​ປະຫວັດສາດ ​ແລະ​ ວິທະຍາສາດ ປ້ອງກັນຄວາມສະຫງົບ” ຕາມ​ຂໍ້​ຕົກລົງ ເລກທີ 686/ປກສ, ລົງ​ວັນ​ທີ 07 ສິງຫາ 2007 ແລະ ໄດ້ປັບປຸງໂຄງປະກອບການຈັດຕັ້ງ ຈາກ 03 ຫ້ອງ ມາເປັນ 01 ຫ້ອງ, 04 ພະແນກ ແລະ ຫໍພິພິທະພັນ ປກສ ຂຶ້ນກັບກົມ ຄື: ຫ້ອງການ​ບໍລິຫານ-​ຈັດ​ຕັ້ງ, ພະ​ແນ​ກຄົ້ນຄວ້າ​ທິດ​ສະ​ດີ ​ແລະ ພຶດຕິ​ກໍາ ປກສ, ພະ​ແນກ​ຄົ້ນຄວ້າ​ຍຸດ​ທະ​ສາດ ປກສ, ພະ​ແນ​ກຄົ້ນຄວ້າ​ປະຫວັດສາດ ປກສ, ພະ​ແນ​ກກົດໝາຍ ​ແລະ ນິຕິ​ກໍາ ປກສ ແລະ ຫໍພິພິທະ​ພັນ ປກສ.

ປີ 2008 ກະຊວງໄດ້ແຕ່ງ​ຕັ້ງ ທ່ານ ພັນ​ໂທ ຈັນ​ໄຕ ພິມ​ມະ​ຈັນ ມາ​ເປັນ​ຮອງ​ຫົວໜ້າ​ກົມ, ຕໍ່ມາວັນ​ທີ 01 ທັນວາ 2008 ​ກະຊວງ​ໄດ້​ຕົກລົງ​ຍົກຍ້າຍ ສະຫາຍ ພັນ​ເອກ ສີສະ​ຫວາດ ​ແກ້ວ​ມາລາ​ວົງ ໄປ​ຮັບໜ້າທີ່​ໃໝ່ຢູ່​ກົມ​ໃຫຍ່​ຕຳຫຼວດ ​ ແລະ​ ແຕ່ງ​ຕັ້ງ​ ສະຫາຍ ພັນ​ເອກ ປອ. ສົມ​ຫວັງ ທຳ​ມະ​ສິດ ມາ​ເປັນ​ຫົວໜ້າກົມຄົ້ນ​ຄ້ວາປະຫວັດສາດ ​ແລະ ​ວິທະຍາສາດ​ ປ້ອງກັນຄວາມສະຫງົບ ​ແລະ ຕໍ່​ມາ​ໄດ້​ແຕ່ງ​ຕັ້ງ ສະຫາຍ ພັນ​ໂທ ບຸນຍາ​ເສນ ​ໄຊ​ສົງຄາມ ​ເປັນຮອງຫົວໜ້າ​ຮອງ​ກົມ.

      5. ໄລຍະ ປ່ຽນຊື່ກົມຄົ້ນຄວ້າປະຫວັດສາດ ແລະ ວິທະຍາສາດ ປ້ອງກັນຄວາມສະຫງົບ ມາເປັນກົມຄົ້ນຄວ້າ

ວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ມາເຖິງປະຈຸບັນ.

       ຕໍ່ມາໂດຍປະຕິບັດທິດທາງການປັບປຸງ ຂອງຂັ້ນ​ເທິງ​ ກະຊວງໄດ້​ຕົກລົງ​ປ່ຽນ​ຊື່​ຈາກ “ກົມ​ຄົ້ນຄວ້າ​ປະຫວັດສາດ ​ແລະ ວິທະຍາສາດ ປ້ອງກັນຄວາມສະຫງົບ” ມາ​ເປັນ “ກົມຄົ້ນຄວ້າວິທະຍາສາດ​ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ” ຕາມ​ຂໍ້​ຕົກລົງ ເລກທີ 388/ປກສ ລົງ​ວັນ​ທີ 21 ​ເມສາ 2009, ເຊິ່ງເວລານີ້ດ້ານຈຳນວນພົນເພີ່ມຂຶ້ນເປັນ 46 ສະຫາຍ, ຍິງ 11 ສະຫາຍ, ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ​ ປະກອບ​ມີ 01 ຫ້ອງ ແລະ 07 ພະ​ແນ​ກ ຂຶ້ນກັບກົມ ຄື: ຫ້ອງການ​ບໍລິຫານ, ພະ​ແນ​ກການ​ເມືອງ, ພະ​ແນ​ກຄົ້ນຄວ້າ​ວິທະຍາສາດ, ພະ​ແນ​ກຄົ້ນຄວ້າ​ຍຸດ​ທະ​ສາດ, ພະ​ແນ​ກ ກົດໝາຍ, ພະ​ແນ​ກນິຕິ​ກໍາ, ພະ​ແນ​ກຄົ້ນຄວ້າ​ປະຫວັດສາດ ແລະ ພະ​ແນ​ກມູນ​ເຊື້ອ.

      ມາເຖິງປະຈຸບັນ ດ້ານກົງຈັກການຈັດຕັ້ງ ຂອງກົມ ກໍ່ໄດ້ຮັບປັບປຸງ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ການ ເມືອງ ຂອງຕົນ ແລະ ວຽກງານທີ່ຂັ້ນເທິງມອບໝາຍ ເຊິ່ງໄດ້ຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງຕົນ ມີຜົນສຳເລັດໜ້າຕັ້ງໜ້າ ໃນຫຼາຍດ້ານ, ຈາກຜົນສຳເລັດທີ່ຍາດມາໄດ້ ເຮັດໃຫ້ກົມ ກໍ່ຄືນາຍ ແລະ ພົນຕຳຫຼວດພາຍໃນກົມ ໄດ້ຮັບການຍ້ອງຍໍສັນລະເສີນ ຂັ້ນຕ່າງໆ ຈາກພັກ-ລັດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ທັງໄດ້ຮັບຈາກຍ້ອງຍໍຈາກ ລັດຖະບານ ແລະ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ.

      ເພື່ອຕອບສະໜອງກັບໜ້າທີ່ການເມືອງ ໃນໄລຍະໃໝ່. ສະນັ້ນ, ນາຍ ແລະ ພົນຕຳຫຼວດ ກໍ່ຄືກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກ​ສ ຕ້ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອອັນສະຫງ່າງາມ ຂອງ​ຕົນໃນຕໍ່ໜ້າ ມີດັ່ງນີ້:

  1. ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ກໍ່ຄື ກຳລັງຄົ້ນຄວ້າວິ

ທະຍາສາດ ແລະ ປະຫວັດສາດ ປກ​ສ ຢ່າງແຂງແຮງ ແລະ ເລິກເຊິ່ງ, ປຸກລະດົມແນວຄິດ-ຈິດໃຈ ແລະ ການກະທຳ, ສ້າງສະຕິໃຫ້ມີຄວາມຕື່ນຕົວທາງດ້ານການເມືອງສູງ, ເຊີດຊູຄວາມສາມັກຄີພາຍໃນ​ໃຫ້ເປັນປຶກແຜ່ນແໜ້ນໜາ, ຈັດຕັ້ງຜັນຂະຫຍາຍແນວທາງ ຂອງພັກ, ແນວຄິດໄກສອນ ພົມວິຫານ, ແຜນນະໂຍບາຍ ແລະ ກົດໝາຍ ຂອງລັດ, ບັນດາມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆ ຂອງຂັ້ນເທິງວາງອອກ ​ເພື່ອ​ຜັນ​ຂະຫຍາຍເຂົ້າໃນວຽກງານຕົວຈິງ ຂອງຕົນ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ.

     2.  ເພີ່ມທະວີການປັບປຸງກົງຈັກການຈັດຕັ້ງ ໃຫ້ເຂັ້ມແຂງ, ໜັກແໜ້ນ, ຕິດພັນກັບການບຳລຸງ-ກໍ່ສ້າງ​ນາຍ ແລະ ພົນຕຳຫຼວດຢ່າງເປັນລະບົບ ຕາມແຜນກຳນົດພະນັກງານສືບທອດປ່ຽນແທນຂັ້ນກະຊວງຄຸ້ມຄອງ ແລະ ຂັ້ນກົມຄຸ້ມຄອງ, ຮັບປະກັນທັງ 03 ຮຸ່ນ​ (ໜຸ່ມ, ກາງ, ອາວຸໂສ) ໂດຍສ້າງໃຫ້​ມີ​ຄວາມ​ຮູ້ຄວາມ​ສາມາດທາງ​ດ້ານ​ວິຊາສະເພາະ, ເກັ່ງທາງ​ດ້ານວິຊາ​ການ, ມີ​ຫົວຄິດປະດິດສ້າງ, ມີ​ຄວາມ​ຮັບຜິດຊອບສູງ ​ໃນ​ໜ້າ​ທີ່​ວຽກ​ງານຕົວ​ຈິງ ແລະ ເປັນມືອາຊີບ.

   3. ເສີມຂະຫຍາຍໃນການຫັນປ່ຽນດ້ານຈິນຕະນາການ, ລະບອບແບບແຜນ ແລະ ວິທີເຮັດວຽກແບບຄອງເດີມຫຼ້າ​ຫຼັງ, ຊັກຊ້າແກ່ຍາວ ເພື່ອສ້າງຄວາມຕັດສິນໃຈຢ່າງຕັ້ງໜ້າໃນການປັບປຸງ ແລະ ແກ້ໄຂຂອດທີ່ຍັງຄົງຄ້າງ-ຈຳກັດ ໃຫ້ຫັນ ປ່ຽນໃໝ່ເຂົ້າສູ່ລະບົບ, ທັງມີລະບອບແບບແຜນນຳພາ-ຊີ້ນຳ ທີ່ຕິດແທດຕົວຈິງ ມີວິທະຍາສາດ ແລະ ທັນສະໄໝ, ຮັບປະກັນການປະຕິບັດໜ້າທີ່ວຽກງານ ຂອງຕົນ ແລະ ວຽກງານ ທີ່ໄດ້ຮັບມອບໝາຍ ຢ່າງມີປະສິດທິຜົນ.

    4. ເພີ່ມ​ທະວີ​ການນຳພາ-ຊີ້ນຳ​ວຽກ​ງານ​ວິຊາ​ສະ​ເພາະ​ ໃຫ້ຮັບປະກັນຮອບດ້ານ ແລະ ​ບັນລຸຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໂດຍສະເພາະ ການຄົ້ນຄວ້າຄາດຄະເນ, ວິເຄາະ-ວິໄຈໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບການ, ມີຄວາມຊັດເຈນ ແລະ ກຳນົດບັນດາວຽກງານຈຸດສຸມທີ່ເປັນຍຸດທະສາດ ເພື່ອຈັດຕັ້ງປະຕິບັດໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳຕົວຈິງ, ຍູ້ແຮງການຈັດຕັ້ງຜັນ​ຂະຫຍາຍ​ຍຸດ​ທະ​ສາດວຽກ​ງານ​ວິທະຍາສາດ ​ແລະ​ ເຕັກ​ໂນ​ໂລ​ຊີ​ ປ້ອງກັນຄວາມສະຫງົບ, ຕິດ​ພັນ​ກັບ​ການສຸມໃສ່ຈັດຕັ້ງປະຕິບັດ​ໂຄງການ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ, ເຕັກໂນໂລຊີ ​ແລະ ​ປະຫວັດສາດ ປ້ອງ​ກັນ​ຄວາມ​ສະຫງົບ ເຊິ່ງແມ່ນ 1 ໃນ 29 ໂຄງການ ທີ່ນອນຢູ່ໃນ 4 ແຜນງານ ຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ໃຫ້ປະກົດຜົນເປັນຈິງ.

    5. ເພີ່ມທະວີການພົວພັນຮ່ວມມືກັບຄູ່ຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ; ກົມວິທະຍາສາດ, ຫ້ອງການສະພາວິທະຍາສາດແຫ່ງຊາດ ກະຊວງສຶກສາທິການ ແລະ ກິລາ; ກົມເຕັກໂນໂລຊີ ກະຊວງເຕັກໂນ​ໂລຊີ ແລະ ການສື່ສານ ແລະ ກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເພື່ອເສີມຂະຫຍາຍບົດບາດການພົວພັນຮ່ວມມື ໃຫ້ແຂງແຮງ, ເຂົ້າສູ່ລວງເລີກ ແລະ ມີປະສິດທິຜົນ ໂດຍສະເພາະ ການຄົ້ນຄວ້າສະຫຼຸບທິດສະດີ ແລະ ພຶດຕິກຳ, ຄົ້ນຄວ້ານຳໃຊ້ຜົນສຳເລັດທາງດ້ານວິທະຍາສາດ, ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ແລະ ນະວັດຕະກຳໃໝ່ ເພື່ອປະກອບສ່ວນເຂົ້າໃນພັດທະນາວຽກງານ ແລະ ກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ ແລະ ທັນສະໄໝ.

      ສັງລວມແລ້ວ: ຕະຫຼອດໄລຍະ 24 ປີ ແຫ່ງການກໍາເນີດ ຂອງກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ມັນແມ່ນຂະບວນວິວັດແຫ່ງການທົດສອບອັນໃຫຍ່ຫຼວງຜ່ານພຶດຕິກຳຕົວຈິງ, ດ້ວຍ​ນ້ຳ​ໃຈ​ບຸກບືນຫ້າວຫັນ, ມານະອົດທົນ ແລະ ບໍ່ທໍ້ຖອຍຕໍ່ຄວາມຫຍຸ້ງຍາກນາໆປະການ ໃນໄລຍະຜ່ານມາ, ມັນໄດ້ກາຍເປັນມູນເຊື້ອອັນສະຫງ່າງາມ ເຊິ່ງເວລາໃດກໍ່ຕິດພັນກັບການປັບປຸງ-ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ຂະຍາຍຕົວທາງດ້ານຈຳ ນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຫົວຄິດປະດິດສ້າງ, ມີຈັນຍາບັນ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆມາ, ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາວຽກງານ ແລະ ກຳລັງປ້ອງກັນຄວາມສະຫງົບ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເວົ້າລວມ, ເວົ້າສະເພາະ ການປັບປຸງວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ມີຄຸນນະພາບ ແລະ ມີປະສິດທິຜົນຢ່າງແທ້ຈິງ.

 

 

         

⬅ ກັບຄືນໜ້າຫຼັກ