Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ເຂົ້າຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

📅 ວັນທີ: 02/09/2026

      ໃນຕອນບ່າຍ ຂອງວັນທີ 21 ສິງຫາ 2026 ນາຍ ແລະ ພົນຕຳຫຼວດ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດ ສາດ ປ້ອງກັນຄວາມສະຫງົບ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ນໍາພາໂດຍ ພັທ ພອນສຸກ ລິນທະວົງສາ ກຳມະ ການຄະນະພັກຮາກຖານ, ເລຂາຄະນະຊາວໜຸ່ມຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດ ພາຍໃນກົມ ຈຳນວນ 25 ສະຫາຍ ເຂົ້າຮ່ວມ.

      ການເຂົ້າຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບ-ຊົມເຊີຍ ວັນສ້າງຕັ້ງແນວລາວສ້າງຊາດ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ ນາຍ ແລະ ພົນຕໍາຫຼວດ ຮັບຮູ້ ແລະ ເຂົ້າໃຈເຖິງຄຸນງາມຄວາມດີ, ຄວາມພິລະອາດຫານ ຂອງບັນດາທ່ານຜູ້ນຳປະຕິວັດຮຸ່ນທຳອິດ ຂອງພັກ-ຂອງຊາດທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ; ຮັບຮູ້ປະຫວັດຄວາມເປັນມາ ແລະ ຜົນງານການເຄື່ອນໄຫວ ຂອງແນວລາວສ້າງຊາດ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເຊິ່ງແນວລາວສ້າງຊາດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ໄດ້ຜ່ານ 3 ໄລຍະສຳຄັນ ຄື: ປີ 1950-1956 ເອີ້ນວ່າ: “ແນວລາວອິດສະຫຼະ”; ປີ 1956-1979 ເອີ້ນວ່າ: “ແນວລາວຮັກຊາດ” ແລະ ປີ 1979 ຫາປັດຈຸບັນ ເອີ້ນວ່າ: “ແນວລາວສ້າງຊາດ” ໂດຍຕະຫຼອດໄລຍະການເຄື່ອນໄຫວ ຂອງແນວລາວສ້າງຊາດ ມີບົດບາດສຳຄັນໃນຂະບວນການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍ່ຄືການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດ ໃນປັດຈຸບັນ; ພ້ອມທັງເປັນພາກສ່ວນສຳຄັນໃນລະບົບການເມືອງດ້ານວຽກງານຊົນເຜົ່າ ແລະ ສາສະໜາ, ມີສ່ວນຮ່ວມໃນການສົ່ງເສີມສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ຕາມລັດຖະທຳມະນູນ ແລະ ກົດໝາຍ, ເສີມສ້າງຄວາມສາມັກຄີ ຂອງ 50 ຊົນເຜົ່າ ໃຫ້ມີຄວາມເທົ່າທຽມກັນ; ດ້ານການທູດປະຊາຊົນແນວລາວສ້າງຊາດ ເປັນຂົວຕໍ່ໃນການຮັດແໜ້ນສາຍພົວພັນມິດຕະພາບກັບປະຊາຊົນບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ, ລວມທັງການເຕົ້າໂຮມພີ່ນ້ອງເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ. ນອກຈາກນັ້ນ, ໄດ້ປະຕິບັດໜ້າທີ່ໃນການຕິດຕາມ-ກວດກາ, ເສີມຂະຫຍາຍສິດເປັນຂອງປະຊາຊົນ, ມີສ່ວນຮ່ວມໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ, ເປັນບ່ອນສ່ອງແສງມະນະຈິດ ຂອງປະຊາຊົນ ເຖິງພັກ-ລັດ ຕາມກົດໝາຍ.

      ຕະຫຼອດ 76 ປີແນວລາວສ້າງຊາດ ໄດ້ສ້າງມູນເຊື້ອອັນລ້ຳຄ່າ ໂດຍຍຶດຖືຄວາມສາມັກຄີປອງດອງເປັນພື້ນຖານ, ເຮັດໜ້າທີ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ແລະ ຄົນເຊື້ອຊາດລາວຢູ່ຕ່າງປະເທດ; ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງ, ແນວລາວຮັກຊາດ ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ເສີມສ້າງມິດຕະພາບສາກົນ, ເຕົ້າໂຮມກຳລັງແຮງທົ່ວສັງຄົມ, ຮັກສາສາຍພົວພັນອັນແໜ້ນແຟ້ນກັບປະຊາຊົນ, ຕໍ່ຍອດມູນເຊື້ອອັນດີງາມ ໃຫ້ສືບຕໍ່ຄົງຢູ່ຕະຫຼອດໄປ; ຕິດພັນກັບການເສີມສ້າງຄວາມສາມັກຄີ ແລະ ປຸກລະດົມທຸກຊັ້ນຄົນບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດ ໃຫ້ກ້າວໜ້າແລະ ຍືນຍົງ. ໃນຕອນທ້າຍ ກໍ່ໄດ້ມີກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວ ກ່ຽວກັບແນວລາວສ້າງຊາດ ຂອງນາຍ ແລະ ພົນຕຳຫຼວດ ຂອງກົມ ທີ່ເຂົ້າທ່ຽວຊົມໃນຄັ້ງນີ້ຕື່ມອີກ.

⬅ ກັບຄືນໜ້າຫຼັກ