ໃນວັນທີ 04 ສິງຫາ 2026 ຄະນະຮັບຜິດຊອບ ຕິດຕາມ, ກວດກາ ແລະ ຊຸກຍູ້ ການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ຂອງກະຊວງປ້ອງກັນຄວາມສະຫງົບ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ກົມຄົ້ນຄວ້າວິທະຍາ ສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໂດຍການນໍາພາ ຂອງສະຫາຍ ພັອ ຈັນທາ ວັນນະແສງ ຄະນະພັກກົມໃຫຍ່, ຫົວໜ້າກົມປ້ອງກັນກຳລັງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຮັບຜິດຊອບ ຕິດຕາມ, ກວດກາ ແລະ ຊຸກຍູ້ ພ້ອມດ້ວຍຄະນະ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມຄົ້ນຄວ້າວິທືະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັອ ນາງ ແກ້ວອຸດອນ ແກ້ວລາວົງ ຮອງປະທານກວດກາພັກ, ຄະນະພັກຮາກຖານ, ຫົວໜ້າພະແນກການເມືອງ ໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບສະພາບຈຸດພິເສດ ແລະ ການເຄື່ອນໄຫວນຳພາຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຕົວຈິງ; ເຊິ່ງໃນປະຈຸບັນຄະນະພັກຮາກຖານກົມ ປະກອບມີຄະນະພັກ 06 ສະຫາຍ, ຍິງ 01ສະຫາຍ (01 ສະຫາຍ ຍົກຍ້າຍໄປຮ່ວມຊີວິດພັກ ຢູ່ໜ່ວຍໃໝ່ ຕາມການຕົກລົງ ຂອງຂັ້ນເທິງ), ມີ 08 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ ຈຳນວນ 85ສະຫາຍ, ຍິງ 34 ສະຫາຍ. ໃນນີ້, ມີສະມາຊິກສົມບູນ ຈຳນວນ 76 ສະຫາຍ, ຍິງ 30 ສະຫາຍ ແລະ ມີສະມາຊິກພັກສຳຮອງ ຈຳນວນ 09 ສະຫາຍ, ຍິງ 04 ສະຫາຍ; ພາຍຫຼັງຄະນະພັກຮາກຖານ ໄດ້ຈັດຕັ້ງເຊື່ອມຊຶມຄໍາສັ່ງແນະນໍາ ຂອງຄະນະພັກກະຊວງ ສະບັບເລກທີ 06/ຄພປກສ, ລົງວັນທີ 15 ກັນຍາ 2025 ແລະ ຄໍາແນະນໍາ ຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 5453/ກມປສ, ລົງວັນທີ 23 ຕຸລາ 2025 ສຳເລັດແລ້ວ, ຄະນະພັກຮາກຖານກົມ ໄດ້ຊີ້ນຳບັນດາໜ່ວຍພັກຂຶ້ນກັບ ນໍາໄປຜັນຂະຫຍາຍ, ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ນຳພາຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ເພື່ອເປັນພຶ້ນຖານ ແລະ ບ່ອນອີງໃຫ້ບັນດາໜ່ວຍພັກ ກຳນົດທິດທາງແຜນການ ແລະ ຄາດໝາຍສູ້ຊົນ ໃນການສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ.
ຈາກນັ້ນ; ຕາງໜ້າໜ່ວຍພັກທີ່ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍ່ໄດ້ລາຍງານສະພາບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນ 01 ປີຜ່ານມາ ແລະ ທິດທາງແຜນການ ໃນປີຕໍ່ໜ້າ ເຊິ່ງໃນນັ້ນແມ່ນຕ້ອງເພີ່ມທະວີການນຳພາໃນການກໍ່ສ້າງໜ່ວຍພັກ ແລະ ການກໍ່ສ້າງສະມາຊິກພັກ ໃຫ້ຮັບປະກັນຕາມມາດຕະຖານ 5 ດ້ານ ຂອງເນື້ອໃນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເນື້ອໃນກໍ່ສ້າງສະມາຊິກພັກ ໂດຍຖືຄຸນນະພາບເປັນກົກ. ພ້ອມດຽວກັນນັ້ນ, ຄະນະຮັບຜິດຊອບຕິດຕາມ, ຊຸກຍູ້ ກໍ່ໄດ້ເຈາະຈິ້ມ ແລະ ແນະນຳ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຕັ້ງເປັນບັນຫາ ເພື່ອແລກປ່ຽນຄຳຄິດຄຳເຫັນ, ປຶກສາຫາລືຢ່າງກົງໄປ-ກົງມາ, ລວມທັງ ຄວາມຮັບຮູ້-ເຂົ້າໃຈຕໍ່ກັບການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ກ່ຽວກັບວຽກງານພັກ-ວຽກງານການເມືອງ ກໍ່ຄືການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ຄະນະພັກຂັ້ນເທິງວາງອອກ; ຜ່ານການຊຸກຍູ້ ແລະ ແລກປ່ຽນ ຂອງຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ, ມີຄວາມຮັບຜິດຊອບສູງ ແລະ ສ້າງສັນ ທັງໄດ້ເຫັນໄດ້ດ້ານດີຜົນໄດ້ຮັບ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຖອດຖອນໄດ້ບົດຮຽນຜ່ານມາ, ໂດຍລວມແລ້ວ, ສາມາດນຳເອົາບັນຫາທີ່ກ່ຽວຂ້ອງໄປຄົ້ນຄວ້າ, ປັບປຸງ-ແກ້ໄຂ ເພື່ອຍົກສູງຄຸນນະພາບ ຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນໃໝ່ດ້ວຍບາດກ້າວບຸກທະລຸ, ສາມາດເປັນແກນນຳທີ່ເຂັ້ມແຂງ ໃນລະບົບການເມືອງຢູ່ຮາກຖານພັກ, ເປັນຄັນທຸງນຳໜ້າ ໃນການກໍ່ສ້າງປັບປຸງການຈັດຕັ້ງພັກ, ຖັນແຖວສະມາຊິກພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃນຕອນທ້າຍ, ສະຫາຍ ພັອ ທັດສະພອນ ວົງພະຈັນ ປະທານກອງປະຊຸມໄດ້ມີຄໍາເຫັນສັງລວມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມ ເພື່ອໃຫ້ບັນດາໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ກົມ ເອົາໃຈໃສ່ ເພີ່ມທະວີການກໍ່ສ້າງໜ່ວຍພັກ ຂອງຕົນ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແມ່ນມີຄວາມຈຳເປັນພາວະວິໄສ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງແນະນໍາ ຂອງຄະນະພັກກະຊວງ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄຸນນະພາບ; ຜ່ານການເຮັດວຽກນໍາກັນ ກໍ່ເຫັນໄດ້ຫຼາຍບັນຫາສອດຄ່ອງກັບສະພາບຄວາມເປັນຈິງ ທີ່ຄະນະພັກແຕ່ລະຂັ້ນພວກເຮົາຈະໄດ້ສືບຕໍ່ພ້ອມກັນອອກ ແຮງນໍາພາ-ຊີ້ນໍາຕໍ່ກັບບັນຫາຈຳກັດທີ່ກ່ຽວຂ້ອງ ໃຫ້ໄດ້ຮັບການການປັບປຸງ-ແກ້ໄຂຢ່າງເປັນຮູບປະທຳ ເພື່ອເຮັດການເຄື່ອນໄຫວວຽກພັກ-ວຽກງານການເມືອງ, ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງກົມພວກເຮົາ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນກ້າວຂຶ້ນ; ເພີ່ມທະວີການບຳລຸງ-ກໍ່ສ້າງພະນັກງານສະມາຊິກພັກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນທີ່ທັນສະໄໝ ເພື່ອຮັບປະກັນການປະຕິບັດໜ້າທີ່ດານເມືອງ ຂອງຕົນ ແລະ ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃນແຕ່ລະໄລຍະ; ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປ້ອງກັນພັກ-ປ້ອງກຳລັງພາຍໃນກົມຢ່າງຕັ້ງໜ້າ, ຄະນະພັກແຕ່ຂັ້ນຕ້ອງເດັດດ່ຽວນຳພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍ ກ່ຽວກັບການຕ້ານ 4 ລັດທິ ແລະ 5 ພະຍາດໃນກົງຈັກການຈັດຕັ້ງຢ່າງແຂງແຮງ; ພ້ອມກັນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກກະຊວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ II ຂອງຄະນະພັກຮາກຖານ ກົມພວກເຮົາ ວາງອອກ ໃຫ້ປະກົດຜົນເປັນຈິງ.