ໃນວັນທີ 11 ສິງຫາ 2026 ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026), ວັນເຊັນສົນທິ ສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977-18 ກໍລະກົດ 2026) ແລະ ການສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962-5 ກັນຍາ 2026) ໃຫ້ກຽດປາ ຖະກະຖາ ໂດຍສະຫາຍ ພັອ ອຸ່ນເຮືອນ ອຸດົມສິດ ແລະ ພັອ ປອ ຄໍາສິງ ເມືອງເໜືອ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ, ມີບັນດາສະຫາຍຄະນະ ຫ້ອງການ, ພະແນກ, ຫໍພິພິທະພັນ ປກສ, ຕະຫຼອດນາຍ ແລະ ພົນຕໍາຫຼວດພາຍໃນກົມເຂົ້າຮ່ວມ.
ໃນພິທີ ສະຫາຍ ພັອ ອຸ່ນເຮືອນ ອຸດົມສິດ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຄື່ອນໄຫວປະຕິວັດກໍ່ຄືມູນເຊື້ອອັນດີງາມ ແລະ ຜົນງານອັນໂດດເດັ່ນ ຂອງປະທານ ສຸພານຸວົງ, ເຊິ່ງປະທານ ສຸພາ ນຸວົງ ກຳເນີດໃນຊົນຊັ້ນເຊື້ອເຈົ້າ, ໄດ້ຮັບການສຶກສາຮຳ່ຮຽນຢູ່ພາຍໃນ ແລະ ຕ່າງປະເທດ ເປັນຜູ້ທີ່ຮຽນເກັ່ງ ໂດຍໄດ້ຮັບໃບປະກາດສະນີຍະບັດວິສະວະກອນຂົວທາງ ທີ່ປະເທດຝຣັ່ງຄົນທຳອິດ ຂອງລາວ, ພາຍຫຼັງຈົບມາໄດ້ເຂົ້າເຮັດວຽກຢູ່ຂະແໜງໂຍທາທິການ ປະຈຳ ຢູ່ຍາຈາງ ປະເທດຫວຽດນາມ ແລະ ມີຜົນງານໃນການສ້າງຂົວທາງເລກທີ 14 ແລະ ໂຄງການເຂື່ອນໄຟຟ້ານຳ້ຕົກ ຢູ່ເມືອງວິນ, ທັງໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ແຂວງຊຽງແຕງ ປະເທດກໍາປູເຈຍ, ທັງເປັນວິຊາການສ້າງທາງເລກທີ 13 ໃຕ້ ແລະ ຂົວເຊບັ້ງຫຽງ; ໃນປີ 1945 ພາຍຫຼັງສ້າງຕັ້ງອຳນາດການປົກຄອງຂຶ້ນ ປະທານ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ຂອງແນວລາວອິດສະຫຼະ, ຕໍ່ມາໄດ້ກັບຄືນມາເຄື່ອນໄຫວນຳພາການຕໍ່ສູ້ຢູ່ທ່າແຂກ ແຂວງ ຄຳມ່ວນ, ປີ 1946 ກອງທະຫານຝຣັ່ງໄດ້ເປີດການເຄື່ອນທັບຂະໜາດໃຫຍ່ ເພື່ອຢຶດຄອງບັນດາເມືອງຄືນໃໝ່ ໃນນັ້ນລວມທັງຕົວເມືອງທ່າແຂກ, ກອງທະຫານປະສົມລາວ-ຫວຽດນາມ ພາຍໃຕ້ການບັນຊາ ຂອງປະທານ ສຸພາ ນຸວົງ ໄດ້ສູ້ຮົບຢ່າງພິລະອາດຫານກັບສັດຕູທີ່ມີກຳລັງຫຼາຍ, ນຳໃຊ້ເຮືອບິນ, ພາຫະນະ, ອາວຸດທັນສະໄໝ ສາມາດຢຶດເອົາທ່າແຂກ ແລະ ເຮັດໃຫ້ປະທານ ສຸພາ ນຸວົງ ໄດ້ຮັບບາດເຈັບສາຫັດ ໃນວັນທີ 21 ມີນາ 1946, ຈາກນັ້ນກໍ່ພ້ອມການນຳ ຂອງພັກ ແລະ ແນວລາວຮັກຊາດ ເຂົ້າຮ່ວມເຄື່ອນໄຫວກໍ່ສ້າງຮາກຖານປະຕິວັດ ແລະ ຖານທີ່ໝັ້ນຕໍ່ສູ້ຕ້ານການບຽດຢຶດ ຂອງສັດຕູຢ່າງຍຶດເຍືອຍາວນານ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ; ປະທານ ສຸພາ ນຸວົງ ເປັນຜູ້ໜຶ່ງໃນບັນດາການນໍາ ຂອງລາວ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ຂອງຕົນ ເພື່ອຊີ້ນຳ-ນຳພາຂະບວນການປະຕິວັດລາວ, ເປັນບຸກຄົນສໍາຄັນ ແລະ ເປັນແບບຢ່າງທີ່ດີ ໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ ຕີຕ້ານທຸກກົນອຸບາຍ ຂອງສັດຕູຜູ້ຮຸກຮານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ, ຍາມໃດເພີ່ນກໍມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ມີນໍ້າໃຈຮັກຊາດອັນສູງສົ່ງ, ມີຄວາມຮັບຜິດຊອບອັນໃຫຍ່ຫຼວງ, ມີພິບໄຫວສະຫຼາດສ່ອງໃສ, ມີຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ແລະ ການດໍາລົງຊິວິດແບບງ່າຍດາຍ, ດຸໝັ່ນຫ້າວຫັນ, ປະຢັດມັດທະຍັດ, ບໍ່ຖືຕົວ, ນິ້ມນວນມີນິດໃສຄ່ຽມຄົມ ທັງເປັນຜູ້ນໍາ ທີ່ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ສິ່ງດັ່ງກ່າວໄດ້ກາຍເປັນແບບຢ່າງອັນດີເລີດ ໃນການກະຕຸຊຸກຍູ້ ແລະ ປຸລະດົມຂະບວນການຮັກຊາດ ຂອງປະຊາຊົນບັນດາເປັາເຜົ່າ ແລະ ຊັ້ນຄົນຕ່າງໆ ປະກອບສ່ວນເຂົ້າໃນການລຸກຂຶ້ນຕໍ່ສູ້ກັບພວກລາເມືອງແບບເກົ່າ ແລະ ແບບໃໝ່ ເຊິ່ງເປັນປັດໄຈສຳຄັນເຮັດໃຫ້ການປະຕິວັດ ຂອງປະເທດເຮົາໄດ້ຮັບໄຊຊະນະ ຈາກໄຊຊຊະນະນີ້ ໄປສູ່ໄຊຊະນະໃໝ່ຢ່າງມີໄຊ; ປະທານ ສຸພາ ນຸວົງ ແມ່ນຕົວແທນແຫ່ງລັດທີ່ຮັກຊາດອັນສູງສົງ ຂອງປວງຊົນລາວທັງຊາດ, ເພິ່ນໄດ້ສະຫຼະຖານະເຊື້ອເຈົ້າ ຂອງຕົນ, ເອົາຊີວິດ ຂອງຕົນ ເຈືອຈານໃກ້ຊິດຕິດແໜ້ນກັບຊີວິດ ຂອງປະຊາຊົນລາວບັນດາເຜົ່າ, ພ້ອມກັບປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນດໍາເນີນການຕໍ່ສູ້ ເພື່ອຄວາມເປັນເອກະລາດ, ອິດສະຫຼະພາບແຫ່ງຊາດ ແລະ ເພື່ອລັດທິສັງຄົມນິຍົມຢ່າງແທ້ຈິງ; ຄຸນງາມຄວາມດີ ຂອງເພິ່ນໄດ້ຈາລຶກໄວ້ໃນໜ້າປະຫວັດສາດແຫ່ງການຕໍ່ສູ້ປະຕິວັດ ຂອງຊາດເຮົາ ແລະ ປະຊາຊົນລາວບັນດາເຜົ່າຕະຫຼອດໄປ.
ຈາກນັ້ນ, ສະຫາຍ ພັອ ປອ ຄໍາສິງ ເມືອງເໜືອ ກໍ່ໄດ້ ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍສຳຄັນ ຂອງວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977-18 ກໍລະກົດ 2026) ໂດຍແມ່ນ ປະທານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະ ທ່ານ ຟ້າມວັນດົງ ນາຍົກລັດຖະມົນຕີ ຂອງຫວຽດນາມ ເປັນຜູ້ລົງນາມສົນທິສັນຍາດັ່ງກ່າວຕັ້ງແຕ່ນັ້ນມາ, ເຮັດໃຫ້ການຮ່ວມມືຮອບດ້ານ ຂອງລາວ-ຫວຽດນາມ ໄດ້ເລີ່ມຕົ້ນສັກກະລາດໃໝ່ໃນເງື່ອນໄຂໃໝ່; ເຖິງວ່າຢູ່ໃນສະພາບການໃດ ຫຼື ເງື່ອນໄຂໃດກໍ່ຕາມ ເມື່ອຫວນຄືນສະພາບແວດລ້ອມແຫ່ງການດຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໂດຍແມ່ນປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ຈາກບັນດາການນຳແຕ່ລະຮຸ່ນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກາຍເປັນການພົວພັນສາມັກຄີອັນບໍລິສຸດຜຸດຜ່ອງ ທີ່ຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົມອັນລໍ້າຄ່າ ຂອງລາວ ແລະ ຫວຽດນາມ, ເຊິ່ງການພົວພັນດັ່ງກ່າວໄດ້ເຕີບຂະຫຍາຍຕົວຜ່ານແຕ່ລະໄລຍະຄື: ໄລຍະໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນ ແລະ ສ້າງຕັ້ງລັດຖະບານລາວອິດສະຫຼະຂຶ້ນ ໃນປີ 1945, ໄລຍະຕ້ານການຮຸກຮານ ຂອງລັດທິລ່າເມືອງແບບໃໝ່ ເພື່ອປົດປ່ອຍຊາດ ປີ 1955-1975, ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍຫຼັງປົດປ່ອຍຊາດລາວ-ຫວຽດນາມ ໄດ້ສືບຕໍ່ພົວພັນສະໜິດແໜ້ນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອກັນ ແລະ ຮ່ວມມືກັນໃນດ້ານຕ່າງໆ ຢ່າງໃກ້ຊິດ; ທັງຍົກໃຫ້ໝາກຜົນອັນພົ້ນເດັ່ນ ຂອງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ແລະ ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັດຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມຍຸດທະສາດ ຂອງລາວ-ຫວຽດນາມ ມາເຖິງປະຈຸບັນ.
ພ້ອມກັນນັ້ນ, ຍັງໃຫ້ເຫັນຄວາມສຳຄັນ ຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງມີມູນເຊື້ອ ແລະ ຕິດພັນກັບປະຫວັດສາດ ຂອງສອງຊາດລາວ-ຫວຽດນາມ. ໂດຍສະເພາະ ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນປະທານໂຮ່ຈິມິນ ເປັນຜູ້ສ້າງຂຶ້ນ, ຄວາມເປັນພີ່ນ້ອງ ຂອງສອງຊາດມີຄວາມເລິກເຊິ່ງຂຶ້ນ, ສາມາດເວົ້າໄດ້ສະຫງ່າຜ່າເຜີຍວ່າ: ລາວ-ຫວຽດນາມ ແມ່ນມີຄວາມຜູກພັນ ແລະ ຮ່ວມສະຕາກຳປະຫັວດສາດມາແຕ່ດົນນານ, ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ພ້ອມກັນດຳເນີນການຕໍ່ສູ້ກັບສັດຕູໂຕດຽວກັນ, ຮ່ວມທຸກຮ່ວມສຸກ, ເຂົ້າເມັດຫັກ-ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ, ຮ່ວມກັນຮົບ, ພ້ອມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງ ຂອງປະຊາຊົນສອງຊາດ ໄດຮັບການຫຼໍ່ຫຼອມຈາການຕໍ່ສູ້ ແມ່ນປັດໄຈ ຂອງພາລະກິດຕໍ່ສູ້ກູ້ຊາດ ແລະ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ເປັນປັດໄຈຕັດສິນໄຊຊະນະ ຂອງການປະຕິບັດສອງຊາດລາວ-ຫວຽດນາມ, ດ້ວຍຄຳສອນອະມະຕະ ຂອງປະທານ ໄຮ່ຈິມິນ ໄດ້ກ່າວໄວ້ວ່າ: “ການຊ່ວຍເຫຼືອເພື່ອນປຽບເໝືອນຊ່ວຍຕົນເອງ” ແລະ ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ: “ຊາຕາກຳ ຂອງສອງປະເທດເຮົາ ໄດ້ສະນິດຕິດພັນຢ່າງແໜ້ນແຟ້ນ, ປະຊາຊົນລາວ ຈະເຮັດສຸດຄວາມສາມາດ ຂອງຕົນ ເພື່ອປະກອບສ່ວນເຂົ້າໃນໄຊຊະນະ ຂອງປະຊາຊົນຫວຽດນາມອ້າຍນ້ອງ”, ສອງຊາດລາວ-ຫວຽດນາມ ຍິ່ງຮັດແໜ້ນ ແລະ ສົມທົບກັນສູ້ຮົບທັບມ້າງຍຸດທະສາດສົງຄາມພິເສດ ແລະ ຮ່ວມສຳພັນສູ້ຮົບໄດ້ຮັບໄຊຊະນະໃນທຸກບັ້ນຮົບ ຢູ່ລາວ ແລະ ຫວຽດນາມ, ຍ້ອນຖືກປະລາໄຊຢ່າງຕໍ່ເນື່ອງ ໃນທຸກສະໜາມຮົບ, ຈັກກະພັດອາເມລິກາ ແລະ ລູກມື ຈຳຕ້ອງຍອມເຊັນສັນຍາເຊີແນວ ໃນວັນທີ 23 ກໍລະກົດ 1962 ກ່ຽວກັບລາວ ຍອມຮັບຮູ້ຄວາມເປັນເອກະລາດ, ເປັນກາງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງລາວ, ການເຊັນສັນຍາເຊີແນວປີ 1962 ກ່ຽວກັບລາວ ຍັງແມ່ນໄຊຊະນະແຫ່ງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນລາວ-ຫວຽດນາມອ້າຍນ້ອງ, ແມ່ນການປະສານສົມທົບສູ້ຮົບຢ່າງແໜ້ນແຟ້ນ ລະຫວ່າງກອງທັບລາວກັບກອງທັບຫວຽດນາມ ໃນສະໜາມຮົບຕ້ານສັດຕູໂຕດຽວກັນ, ແມ່ນການສະໜັບສະໜູນ ຂອງປະເທດສັງ ຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດ ກໍ່ຄືປະເທດທີ່ຮັກກອມສັນຕິພາບ ແລະ ກ້າວໜ້າໃນໂລກ.
ໃນວັນທີ 5 ກັນຍາ 1962 ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານແຫ່ງອານາຈັດລາວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນຢ່າງເປັນທາງການ, ເປັນເຫດການປະຫວັດສາດສຳຄັນ ຂອງສອງຊາດລາວ-ຫວດນາມ, ມາເຖິງປີນີ້ແມ່ນຄົບຮອບ 64 ປີ ເຊິ່ງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ພ້ອມກັນສືບຕໍ່ເພີ່ມພູນຄູນສ້າງການພົວພັນຮ່ວມມືຮອບດ້ານ ນັບມື້ຍິ່ງຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ, ແທດເໝາະກັບສະພາບຕົວຈິງ ແລະ ປະສິດທິຜົນ, ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາ ຂອງປະຊາຊົນສອງຊາດ ເພື່ອສັນຕິພາບ, ສະຖຽນນະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ໃນໂລກ ຈາກສາຍພົວພັນທີ່ເປັນມູນເຊື້ອດັ່ງກ່າວ ເຮັດໃຫ້ບາດບາດ ຂອງລາວ-ຫວຽດນາມ ນັບມື້ສູງເດັ່ນຂຶ້ນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງສອງຊາດກໍ່ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ.