Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ພິທີປາຖະກະຖາເລົ່າມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ວັນທີ 20 ກໍລະກົດ 1955-20 ກໍລະກົດ 2026

📅 ວັນທີ: 24/07/2026

      ໃນວັນທີ 16 ກໍລະກົດ 2026 ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໄດ້ ຈັດພິທີປາຖະກະຖາເລົ່າມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ  ໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍ ພັອ ນາງ ແກ້ວອຸດອນ ແກ້ວລາວົງ ຄະນະພັກກົມ, ຫົວໜ້າພະແນກການເມືອງ, ຜູ້ຊີ້ນໍາສະຫະພັນແມ່ຍິງຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ, ມີຄະນະຊາວໜຸ່ມ, ແມ່ຍິງ ຮາກຖານ ແລະ ເອື້ອຍນ້ອງແມ່ຍິງພາຍໃນກົມເຂົ້າຮ່ວມ.

      ໃນພິທີດັ່ງກ່າວ ພັອ ນາງ ແກ້ວອຸດອນ ແກ້ວລາວົງ ໄດ້ຫວນຄືນ ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ໃນວັນທີ 20 ກໍລະກົດ 1955 ສູນກາງແນວລາວອິດສະຫຼະ ກໍ່ຄືພັກປະຊາຊົນປະຕິວັດລາວ ໄດ້ປະກາດສ້າງຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂັ້ນສູນກາງ (ສະຫະພັນແມ່ຍິງລາວປະຈຸບັນ) ຂຶ້ນຢ່າງເປັນທາງການ ຢູ່ເມືອງ ວຽງໄຊ, ແຂວງ ຫົງພັນ, ຄະນະໜ່ວຍຄົ້ນຄວ້າວຽກງານແມ່ຍິງເວລານັ້ນ ປະກອບມີ 3 ທ່ານ ຄື: ທ່ານ ນາງ ຄຳຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄຳສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄຳແພງ ບຸບຜາ ເປັນຄະນະ ແລະ ມີພະນັກງານຊ່ວຍວຽກຈຳນວນໜຶ່ງ; ເຊິ່ງໄດ້ຮັບມອບໝາຍໃຫ້ປະຕິບັດ 2 ໜ້າວຽກຫຼັກ ໃນການຄົ້ນຄວ້າຮ່າງກົດລະບຽບ, ຄົ້ນຄວ້າໂຄງການດຳເນີນງານ ເພື່ອກະກຽມຈັດຕັ້ງເປັນໜ່ວຍສະຫະພັນແມ່ຍິງ ແລະ ຄົ້ນຄວ້າສະພາບສັງຄົມທີ່ກົດໜ່ວງຄວາມກ້າວໜ້າ ຂອງແມ່ຍິງ ທີ່ສົ່ງຜົນສະທ້ອນຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອປຸກລະດົມຂົນຂວາຍແມ່ຍິງ ໃຫ້ມີຄວາມຕື່ນຕົວແກ້ໄຂສະພາບດ້ອຍໂອກາດ ຂອງຕົນ ໃຫ້ບຸກໜ້າບືນຕົວສ້າງຄວາມເຂັ້ມແຂງກ້າວຂຶ້ນ; ໃນເດືອນ ມັງກອນ 1956 ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ໄດ້ປ່ຽນຊື່ມາເປັນ ສະມາຄົມແມ່ຍິງລາວຮັກຊາດ ແລະ ໄດ້ຂະຫຍາຍສະມາຄົມ ແມ່ຍິງລາວຮັກຊາດລົງສູ່ຮາກຖານ, ເຮັດໃຫ້ສະມາຊິກແມ່ຍິງນັບມື້ເພີ່ມຂຶ້ນ ແລະ ໄດ້ປະຕິບັດພາລະບົດບາດ ຂອງຕົນໃນແຕ່ລະໄລຍະຢ່າງຕັ້ງໜ້າ ບັນຫາພົ້ນເດັ່ນແມ່ນແມ່ຍິງລາວໃນເມື່ອກ່ອນໄດ້ປະກອບ ສ່ວນເຂົ້າໃນພາລະກິດປະຕິວັດ ແລະ ເປັນພາກສ່ວນໜຶ່ງ ໃນກຳລັງແຮງ ທີ່ສຳ ຄັນ ຂອງພັກ ທີ່ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຄຽງບ່າຄຽງໄຫຼ່ກັບເພດຊາຍ ດ້ວຍຄວາມອົງອາດກ້າຫານ ພາຍໃຕ້ຄັນທຸງ ຂອງແນວໂຮມປົດປ່ອຍຊາດ, ຜ່ານການຕໍ່ສູ້ດັ່ງກ່າວ ແມ່ຍິງລາວທົ່ວປະເທດຈໍານວນຫຼາຍຖືກສັດຕູຈັບໄປຄຸມຂັງ, ທຸມຕີທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ ຂອງຊາດ, ແຕ່ແມ່ຍິງລາວບໍ່ຍອມຈໍານົນ, ບໍ່ໄຂຄວາມລັບ ແລະ ເດັດດ່ຽວຕໍ່ສູ້ພິລະອາດຫານ. ສະນັ້ນ, ເພື່ອຕອບສະໜອງຄວາມຮ້ອງຮ້ອງຕ້ອງການອັນສັກກາລະບູຊາ ຂອງພັກ ແລະ ເດັດດ່ຽວປະຕິ ບັດຄຳຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງ ເພື່ອຕີເອົາຊະນະຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫຼ່ງຕີນມື” ສະມາຄົມແມ່ຍິງຮັກຊາດ ໄດ້ປຸກລະດົມແມ່ຍິງລາວບັນດາເຜົ່າໃນທົ່ວເຂດປົດປ່ອຍເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຢູ່ພາຍໃຕ້ຮົ່ມທຸງ ຂອງຊາດ, ຂອງພັກເຮົາ, ສາມາດຮັບປະກັນວຽກງານແນວຫຼັງປ່ຽນແທນເພດຊາຍທີ່ອອກໄປສະໜາມຮົບ, ແມ່ຍິງລາວ ມີຄວາມອົດທົນ, ດຸໝັ່ນ, ມີຫົວຄິດປະດິດສ້າງໃນການອອກແຮງງານເພີ່ມພູນຜະລິດຜົນ, ປຸກຍ້າວແປງເຮືອນ, ສ້ອມແປງຖະໜົກຫົນທາງທີ່ຖືກເປ່ເພ ຈາກລູກລະເບີດທຳລາຍ ຂອງສັດຕູ, ຈັດຕັ້ງການປ້ອງກັນເວນຍາມເຮືອນຊານບ້ານຊ່ອງ , ປະກອບສ່ວນເປັນກອງລຳລຽງອາວຸດ-ລູກກະສູນ, ສະບຽງອາຫານໄປສູ່ແນວໜ້າ, ທັງເອົາໃຈໃສ່ລ້ຽງດູເບິ່ງແຍງລູກເຕົ້າ ໃຫ້ກາຍເປັນພົນລະເມືອງດີ ຂອງຊາດ ແລະ ອື່ນໆ, ນັບທັງການປະຕິ ບັດໜ້າທີ່ ຕາມພາລະບົດບາດ ຂອງຕົນ ໃນໄລຍະໃໝ່ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດມາເຖິງປະຈຸບັນ ແມ່ຍິງລາວໄດ້ມີບົດບາດ ແລະ ມີຜົນງານທີ່ສຳຄັນຢ່າງຕັ້ງຫຼາຍດ້ານ, ຈາກຜົນສຳເລັດດັ່ງກ່າວເຮັດໃຫ້ແມ່ຍິງລາວໄດ້ຮັບການຍ້ອງຍໍສັນລະເສີມໃນຫຼາຍລະດັບ; ໃນໄລຍະຕະຫຼອດ 71 ປີທີ່ຜ່ານແມ່ຍິງລາວຈໍານວນຫຼາຍທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຄັດເລືອກໃຫ້ເປັນແບບຢ່າງທີ່ດີເດັ່ນ ປະກອບສວນເຂົ້າໃນຂົງເຂດວຽກງານຕ່າງໆ ໃນອົງການຈັດຕັ້ງພັກ-ລັດ, ສືບຕໍ່ເສີມຂະຫຍາຍ ແລະ ຮັກສາທາດແທ້-ມູນເຊື້ອປະຕິວັດ ຂອງຊາດ, ຂອງພັກ ແລະ ຂອງປະຊາຊົນລາວບັນດາເຜົ່າຢ່າງໜັກແໜ້ນ ທັງຍົກສູງບົດບາດ ຂອງແມ່ຍິງລາວສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

      ພ້ອມກັນນັ້ນ, ພັທ ນາງ ບົວໃບ ໃຈວົງ ຮອງເລຂາສະຫະພັນແມ່ຍິງຮາກຖານ ໄດ້ຜ່ານບົດສະຫຼຸບການ ເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນ ທ້າຍປີ 2026 ຂອງສະຫະພັນແມ່ຍິງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ເຫັນໄດ້ວ່າ: ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາເເນວຄິດ ເຮັດໃຫ້ສະມາຊິກສ່ວນຫຼາຍມີເເນວຄິດອຸ່ນອຽງ, ທຸ່ນທ່ຽງເຊື່ອໜັ້ນຕໍ່ການນຳພາ ຂອງການຈັດຕັ້ງທຸກຂັ້ນ, ໂດຍການເຂົ້າຮ່ວມຮັບຟັງປາຖະກະຖາເຜີຍເເຜ່ເຊື່ອມຊຶມ, ບັນດາເອກະສານເເນວທາງນະໂຍບາຍ ຂອງພັກ-ລັດ ແລະ ມູນເຊື້ອ ຂອງພັກ, ຂອງຊາດ, ຂອງກຳລັງປະ ກອບອາວຸດ ແລະ ວຽກງານ ຂອງອົງການຈັດຕັ້ງແມ່ຍິງກະຊວງ ເພື່ອຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຂອງຕົນ, ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານຂະບວນລວມ ຂອງກະຊວງ, ພາກສ່ວນກ່ຽວຂ້ອງ ແລະ ກົມຈັດຂຶ້ນ ກໍ່ຄືເຂົ້າຮ່ວມການອອກເເຮງງານລວມອານະໄມລວມພາຍໃນກົມ ເປັນຂະບວນການຟົດຟື້ນ;  ເອົາໃຈໃສ່ໃນການເບິ່ງເເຍງຄຸ້ມຄອງ, ປ້ອງກັນສິດຜົນປະໂຫຍດ ເພື່ອຍົກສູງບົດບາດ ຂອງເອື້ອຍນ້ອງສະຫະພັນເເມ່ຍິງ, ເຕົ້າໂຮມຄວາມສາມັກຄີໃນຄອບຄົວ,ສົ່ງເສີມລູກຫຼານໃຫ້ໄດ້ເຂົ້າຮຽນ, ເພີ່ມທະວີຮັດແໜ້ນຄວາມສາມັກຄີພາຍໃນກົມ ໃຫ້ເເໜ້ນເເຟ້ນ, ເບິ່ງເເຍງຊ່ວຍເຫຼຶອເຊິ່ງກັນ ເເລະ ກັນ ໃນຍາມເຈັບເປັນ, ການປິ່ນປົວສຸຂະພາບ, ເກີດລູກ, ຄອບຄົວມີຄວາມຫຍຸ້ງຍາກ, ເສຍຊີວິດ ແລະ ອື່ນໆ ທັນກັບສະພາບການ; ເອົາໃຈໃສ່ຊຸກຍູ້ການປະຕິບັດຂໍ້ເເຂ່ງຂັນ 3 ດີ ຂອງສະຫະພັນ ເເມ່ຍິງ, ໄປຄຽງຄູ່ກັບຂະບວນການເເຂ່ງຂັນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໝັກເເໜ້ນ ເເລະ ຂໍ້ເເຂ່ງຂັນຮັກຊາດ-ພັດທະນາ ໃນນັ້ນ, ຜ່ານການປະຕິບັດຂໍ້ເເຂ່ງຂັນ 3 ດີ ໃນໄລຍະ 5  ປີ (2021-20225) ສະຫະພັນແມ່ຍິງຮາກຖານກົມ ໄດ້ຮັບໃບຍ້ອງຍໍໜ່ວຍ 3 ດີ ຈໍານວນ 3 ໜ່ວຍ ແລະ ສະມາຊິກແມ່ຍິງພ າຍໃນກົມ ຜູ້ທີ່ມີຜົນງານດີເດັ່ນ ໄດ້ຮັບການຍ້ອງຍໍ ປະເພດ I ຈໍານວນ 40 ສະຫາຍ ແລະ ໃບຊົມເຊີຍ 2 ສະຫາຍ.

      ໃນຕອນທ້າຍ ຂອງກອງປະຊຸມ ປະທານໄດ້ມີຄໍາເຫັນໂອລົມ ຕໍ່ສະມາຊິກແມ່ຍິງ ພາຍໃນກົມ ໃຫ້ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສະຫະພັນແມ່ຍິງລາວ ທີ່ຍາດມາໄດ້, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງພາຍໃນກົມ ຢ່າງເລິກເຊິ່ງ, ໂດຍສະເພາະແມ່ນຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ ແລະ ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງວາງອອກ, ປັບປຸງແບບແຜນວິທີການນໍາພາວຽກງານ ແລະ ວິທີເຮັດວຽກ ຂອງສະມາຊິກແມ່ຍິງແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ຄອບຄົວດີ  ທີ່ສະຫະພັນແມ່ຍິງລາວວາງອອກ, ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ການປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ ຂອງຕົນ ໃຫ້ປະສິດທິຜົນຢ່າງຕັ້ງໜ້າ.

 

⬅ ກັບຄືນໜ້າຫຼັກ