Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ສະຫຼຸບການນໍາພາວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026

📅 ວັນທີ: 23/07/2026

      ຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບສະຫຼຸບການນໍາພາວຽກງານຮອບດ້ານ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 15 ກໍລະກົດ 2026 ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ພາຍໃນກົມເຂົ້າຮ່ວມ.

      ໃນກອງປະຊຸມ ສະຫາຍ ພັອ ອຸ່ນເຮືອນ ອຸດົມສິດ ກຳມະການຄະນະພັກຮາກຖານ, ຮອງຫົວໜ້າກົມ ໄດ້ຜ່ານສະຫຼຸບຕີລາຄາ ການເຄື່ອນໄຫວນຳພາວຽກງານຮອບດ້ານ ໃນໄລຍະ 06 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຜ່ານມາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືເອົາວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດພາຍໃນກົມ ກໍ່ຄືໃນຂົງເຂດຄວາມຮັບຜິດຊອບ ຂອງຕົນເປັນໜ້າທີ່ສໍາຄັນຕົ້ນຕໍ, ເປັນວຽກງານປາຍແຫຼມ ແລະ ສອດຫ້ອຍເຂົ້າໃນທຸກວຽກງານ. ພ້ອມກັນນັ້ນ, ຄະນະພັກແຕ່ລະຂັ້ນໄດ້ຖືເປັນ ປະຕິບັດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ ​ໃຫ້ມີ​ຄວາມ​ປອດ​ໃສ​, ເຂັ້ມ​ແຂງ, ໜັກ​ແໜ້ນ ແລະ ຖື​ເອົາ​ຄຸນ​ພາບ​ເປັນ​ກົກ; ທັງ​ຢຶດໝັ້ນ​ປະຕິບັດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ນຳພາ​ເປັນ​ໝູ​ຄະນະ, ມີ​ການ​ແບ່ງ​ງານ, ​ແບ່ງ​ຄວາມ​ຮັບຜິດຊອບ ​ພາຍໃນ​ຄະນະ​ພັກ, ມີ​ກົນ​ໄກ​ປະສານ​ງານ​ການ​ນຳພາ-ຊີ້​ນຳ ຂອງ​ຄະນະ​ພັກ​ຮາກ​ຖານ ​ແລະ ຄະນະ​ໜ່ວຍ​ພັກນັບມື້ດີຂຶ້ນ; ຈັດຕັ້ງການຮ່ວມຊີວິດພັກ, ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ, ປັບປຸງ​ແບບ​ແຜນ​ນຳພາ ​ແລະ ​​ວິທີການ​ເຮັດ​ວຽກ ຕາມ​ທິດ​ຫັນ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຕິດ​ພັນ​ກັບ​ການ​ເສີມ​ຂະຫຍາຍ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ ​ແລະ ສະມາຊິກ​ພັກ ເພື່ອ​ຮັບປະກັນການຈັດ​ຕັ້ງ​ປະຕິບັດໜ້າທີ່ການເມືອງ ຂອງຕົນ; ຄົ້ນຄວ້ານຳສະເໜີ ຄະນະພັກຂັ້ນເທິງຕົກລົງສ້າງຕັ້ງໜ່ວຍພັກ ຈາກ 4 ໜ່ວຍພັກ ຂຶ້ນເປັນ 8 ໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ເພື່ອເຄື່ອນໄຫວນຳພາ-ຊີ້ນຳວຽກງານ ຕາມພາລະບົດບາດ ຂອງຕົນ,ໄປຄຽງຄູ່ກັບການນຳພາວຽກງານພັກ-ວຽກງານການເມືອງ ຍັງໄດ້ເອົາໃຈໃສ່ນຳພາເຄື່ອນໄຫວວຽກງານວິຊາສະເພາະ ໂດຍການຄົ້ນຄວ້າກຳນົດເປັນແຜນງານ, ໂຄງການ, ແຜນການ, ກິດຈະກຳ ແລະ ວຽກງານຈຸດສຸມ, ຕິດພັນກັບການປະຕິບັດວຽກງານທີ່ກະຊວງ ແລະ ຂັ້ນເທິງມອບໝາຍ ມີຜົນສຳເລັດ​ຫຼາຍດ້ານ ເປັນຕົ້ນແມ່ນ: ປັບປຸງໂຄ່ງ​ຮ່າງຄົ້ນຄວ້າບົດຍຸດທະສາດ ຫົວຂໍ້ “ບັນດາໄພຂົ່ມຂູ່ຈາກຄວາມບໍ່ສະຫງົບຮູບແບບໃໝ່ ທີ່ສົ່ງຜົນກະທົບຕໍ່ຜົນປະໂຫຍດ, ຄວາມສະຫງົບແຫ່ງຊາດ ຂອງລາວ ແລະ ຫວຽດນາມ” ເຊິ່ງໄດ້ເອກະພາບກັບຝ່າຍຫວຽດນາມ ແລະ ຄົ້ນຄວ້າເນື້ອໃນສຳເລັດຂັ້ນວິຊາການ; ສົມທົບຄະນະຮັບຜິດຊອບທີ່ກ່ຽວຂ້ອງຈັດຕັ້ງການຄົ້ນຄວ້າ 03 ຫົວຂໍ້ວິທະຍາສາດປ້ອງກັນຄວາມສະຫງົບ ຄື: ຫົວຂໍ້ທີ 1: “ຕ້ານ, ສະກັດກັ້ນ, ການແຊກຊຶມ ຂອງບັນດາອິດທິກຳລັງປໍລະປັກ ແລະ ຄົນບໍ່ຫວັງດີ ເຂົ້າໃນອົງການຈັດຕັ້ງ ຂອງພັກ-ລັດ”, ຫົວຂໍ້ທີ 2: “ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ ສປປ ລາວ”, ຫົວຂໍ້ທີ 3: “ຕ້ານ, ສະກັດກັ້ນ ແລະ ແກ້ໄຂການລັກລົດ ຢູ່ໃນສັງຄົມ”; ຈັດກອງປະຊຸມສະພາວິທະຍາສາດປ້ອກັນຄວາມສະຫງົບ ຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ການຄົ້ນຄວ້າອອກແບບອຸປະກອນຮັບໃຊ້ການຈັບກຸມເປົ້າກະທຳຜິດ ຂອງກຳລັງປ້ອງກັນຄວາມສະຫງົບ; ປັບປຸງສະຫຼຸບເຫດການ “ການແກ້ໄຂຄະດີລັກພຣະພຸດທະຮູບຄໍາ 13 ອົງຢູ່ຫໍພິພິທະພັນແຫ່ງຊາດປີ 1996” ແລະ ຄົ້ນຄວ້າຂຽນປຶ້ມປະຫວັດຄວາມເປັນມາ ຂອງອະນຸສອນສະຖານສັນຕິລາດສູນກາງ ຢູ່ເມືອງ ວຽງໄຊ ແຂວງ ຫົວພັນ; ຮັບແຂກເຂົ້າຊົມເນື່ອງໃນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 65ປີ ລວມມີ 50 ຄະນະ ມີ 2,574 ຄົນ.

      ຈາກນັ້ນ, ໃນຕອນທ້າຍ ປະທານກອງປະຊຸມຍັງໄດ້ມີຄຳເຫັນເນັ້ນໜັກ ເພື່ອສືບຕໍ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກກະຊວງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II, ແຜນດຳ ເນີນງານ ແລະ ທິດທາງ, ແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2026 ຂອງຄະນະພັກຮາກຖານ, ວາງ​ອອກ ຫັນເປັນແຜນການ, ວຽກງານຈຸດສຸມ ເພື່ອນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ໃຫ້ ເປັນຮູບປະທຳຈິງ;  ໂດຍສະເພາະ ຕ້ອງໄດ້ເອົາໃຈໃສ່. ຍົກສູງຂອດການນຳພາ-ຊີ້ນຳ ວຽກງານຮອບດ້ານ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ມີຄຸນນະພາບ, ຖືເປັນສຳຄັນ ໃນການກໍ່ສ້າງ-ປັບປຸງການຈັດຕັ້ງພັກ ແລະ ສະມາຊິກພັກ ໃຫ້ມີຄວາມປອດໄສ, ເຂັ້ມແຂງ, ໜັກແໜ້ນ. ໃນນີ້, ຕ້ອງຕັ້ງໜ້າໃນການກໍ່ສ້າງຖັນແຖວສະມາຊິກພັກແຂງ ໃຫ້ລຸຄາດໝາຍ 90% ຂຶ້ນໄປ, ຮັບປະກັນບໍ່ໃຫ້ມີສະມາພັກອ່ອນ ແລະ ໜ່ວຍພັກອ່ອນ ເພື່ອເສີມຂະຫຍາຍບົດບາດການນຳພາ-ຊີ້ນຳ ແລະ ລັກສະນະນຳໜ້າ ຂອງຄະນະພັກແຕ່ຂັ້ນ ໃຫ້ຮັບປະກັນເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ; ເອົາໃຈໃສ່ປັບປຸງການນຳພາ-ຊີ້ນຳວຽກງານພັກ-ວຽກງານການເມືອງ ໃນຂົງເຂດຄວາມຮັບຜິດຊອບ ຂອງຕົນ, ປັບປຸງແບບແຜນນນຳພາ-ວິທີການເຮັດວຽກ ໃຫ້ເປັນບົບ ແລະ ທັນສະໄໝ, ຢຶດໝັ້ນ ແລະ ປະຕິບັດຫຼັກການລວມລວມປະຊາທິໄຕ ຂອງພັກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ; ເພີ່ມທະວີການນຳພາ-ຊີ້ນຳການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງ ແລະ ຮັບປະກັນກ້າວຂຶ້ນ, ຍູ້ແຮງການຈັດຕັ້ງຜັນຂະຫຍາຍຍຸດທະສາດວຽກງານວິທະຍາສາດ ແລະ ເຕັກໂນໂລຊີປ້ອງກັນຄວາມສະຫງົບ, ຕິດພັນກັບວຽກງານ ຂອງກົມ ກໍ່ຄືກິດຈະກຳ, ໜ້າວຽກ ຂອງບັນດາພະແນກທີ່ກ່ຽວຂ້ອງ ເຊິ່ງກຳນົດຢູ່ໃນໂຄງການ ຂອງກົມເພື່ອນຳພາຈັດຕັ້ງປະຕິບັດ ໃຫ້ມີໝາກຜົນຕົວຈິງ; ທັງເປັນເຈົ້າການປະສານສົມທົບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ປັບ ປຸງເນື້ອໃນ 04 ແຜນງານ 29 ໂຄງການ ເພື່ອນຳເໜີກະຊວງຕົກລົງຮັບຮອງ ເຊິ່ງຈະເປັນພື້ນຖານ ແລະ ບ່ອນອີງ ໃຫ້ບັນດາກົມກອງ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານ ຂອງຕົນ ໃຫ້ປະກົດຜົນເປັນຈິງ.

 

 

⬅ ກັບຄືນໜ້າຫຼັກ