ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບດັ່ງກ່າວ ຂຶ້ນໃນວັນທີ 07 ກໍລະກົດ 2026 ເຊິ່ງໃຫ້ກຽດເຂົ້າຮ່ວມເຜີຍແຜ່ເອກະສານ ໂດຍ ສະຫາຍ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມ ແລະ ສະຫາຍ ພັອ ອຸ່ນເຮືອນ ອຸດົມສິດ ກຳມະການຄະນະພັກຮາກຖານ, ຮອງຫົວໜ້າກົມ, ມີບັນດາສະຫາຍຄະນະພັກ, ບັນດາຄະນະໜ່ວຍໜ່ວຍພັກ ແລະ ສະມາຊິກພັກ ພາຍໃນກົມເຂົ້າຮ່ວມ.
ໃນພິທີສະຫາຍ ພັອ ທັດສະພອນ ວົງພະຈັນ ໄດ້ກ່າວວ່າ: ການເຜີຍແຜ່, ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຄັ້ງນີ້ ເພື່ອໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ແລະ ສະມາຊິກພັກທຸກສະຫາຍ ໄດ້ຮັບຮູ້, ເຂົ້າໃຈເປັນເອກະພາບ, ກຳແໜ້ນ ໃຫ້ເລິກເຊິ່ງ ແລະ ມີສະຕິຕື່ນຕົວສູງກວ່າເກົ່າ ພ້ອມທັງນໍາໄປຈັດຕັ້ງປະ ຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ມີຄວາມເປັນເອກະພາບກັນ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ. ໃນນີ້, ສະຫາຍໄດ້ຍົກໃຫ້ເນື້ອໃນພື້ນຖານສຳຄັນ ກ່ຽວກັບພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການ ຈັດຕັ້ງ, ທັງແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນ, ເປັນຕົວແທນ ທີ່ຈົ່ງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກ ແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ; ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າດຳເນີນການປະຕິວັດຊາດປະຊາທິປະໄຕ ເຮັດສຳເລັດພາລະກົດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນແບບເກົ່າ-ແບບໃໝ່ ແລະ ສັກດີນາ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 2 ທັນວາ 1975; ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ, ເປັນແກນນຳໃນລະບົບການດມືອງ ຂອງລະບອບປະ ຊາທິປະໄຕປະຊາຊົນ, ນຳພາປະຊາຊົນບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ; ພາລະກຳປະຫວັດສາດອັນໃຫຍ່ຫຼວງ, ຮອບດ້ານ, ໜັກໜ່ວງ ແລະ ຍາວນານ ຂອງພັກເຮົາ ແມ່ນສືບຕໍ່ຢຶດໝັ້ນແນວທາງປ່ຽນໃໝ່ຮອບດ້ານ ແລະ ມີຫຼັກ
ການ ຂອງພັກ, ນຳພາທົ່ວປວງຊົນລາວທັງຊາດປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລ ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ, ສ້າງການປ່ຽນແປງໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ກ້າວເດີນໄປສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແນ້ນ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ; ພັກປະຊາຊົນປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນເອງ ຕາມ 5 ຫຼັກການ, 3 ທິດນຳ; ສຳລັບກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ປະກອບມີ XV ໝວດ 64 ມາດຕາ ເຊິ່ງສະຫາຍໄດ້ຍົກເອົາເນື້ອໃນບາງໝວດ ແລະ ມາດຕາ ທີ່ກ່ຽວຂ້ອງ ແລະ ສຳຄັນ ເປັນຕົ້ນແມ່ນ ໝວດທີ I ກ່ຽວກັບສະມາຊິກພັກ, ໝວດທີ II ຫຼັກການຈັດຕັ້ງ ແລະ ສາຍໃຍການຈັດຕັ້ງ ຂອງພັກ, ໝວດທີ VI ການຈັດຕັ້ງຮາກຖານພັກ, ໝວດທີ VII ພັກນຳພາວຽກງານພະ ນັກງານ, ໝວດທີ X ພັກນຳພາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຊາຊົນ, ໝວດທີ XI ວຽກງານຕິດ ຕາມ, ກວດກາ ຂອງພັກ, ໝວດທີ XII ວຽກງານຍ້ອງຍໍ ແລະ ວິໄນ ຂອງພັກ, ໝວດທີ XIII ການເງິນ ຂອງພັກ, ການຄຸ້ມຄອງ ແລະ ນຳໃຊ້ການເງິນ ຂອງພັກ ເພື່ອເຜີຍແຜ່ ແລະ ສົມທຽບໃສ່ການຈັດຕັ້ງປະຕິບັດຕົວຈິງ ຢູ່ໃນກົມ ຂອງຕົນ ກໍ່ຄືຮາກຖານພັກ ອັນໃດທີ່ມີຄວາມສອດຄ່ອງ ແລະ ອັນໃດຄວນເອກະພາບກັນ ເພື່ອປັບປຸງໃຫ້ຖືກຕ້ອງ ກັບກົດລະບຽບ ຂອງພັກ ທີ່ໄດ້ກຳນົດໄວ້ ແນໃສ່ເປັນການເສີມຂະຫຍາຍບົດບາດການນຳພາ ຂອງການຈັດຕັ້ງພັກແຕ່ລະຂັ້ນ ຂອງກົມ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນນຳພາ-ຊີ້ນຳທັນສະໄໝ ຮັບປະກັນການປະຕິບັດໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນແຕ່ລະໄລຍະ.
ຈາກນັ້ນ, ສະຫາຍ ພັອ ອຸ່ນເຮືອນ ອຸດົມສິດ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ເພື່ອແນະນໍາ, ອະທິບາຍບາງເນື້ອໃນ, ຄໍາສັບ ແລະ ບາງປະໂຫຍກຄໍາເວົ້າ ທີ່ກໍານົດຢູ່ໃນກົດລະບຽບພັກ ໃຫ້ຈະແຈ້ງ, ເຂົ້າໃຈງ່າຍ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ສະມາຊິກພັກ ກຳແໜ້ນ, ຮັບຮູ້, ເຂົ້າໃຈເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ ແລະ ເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍ ແລະ ນຳພາຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ເປັນເອກະພາບ ໃນທົ່ວພັກເວົ້າລວມ, ເວົ້າສະເພາະ ໃນທົ່ວກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.