ໃນວັນທີ 18 ມິຖຸນາ 2026 ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນສຳຄັນຕ່າງໆ ຂຶ້ນ ຄື: ວັນກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886-01 ພຶດສະພາ 2026), ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ (18 ພຶດ ສະພາ 1959-18 ພຶດສະພາ 2026), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນໍາ ຂອງພັກ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026) ແລະ ວັນສ້າງຕັ້ງກໍາລັງພະລາທິການ ປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ໃຫ້ກຽດປາຖະກະຖາໂດຍ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມ ແລະ ພັອ ປອ. ຄຳສິງ ເມືອງເໜືອ ກຳມະການຄະນະພັກ, ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ, ມີບັນດາສະຫາຍຄະນະພັກ-ຄະນະກົມ, ຫ້ອງການ, ພະແນກ, ຫໍພິພິທະພັນ ປ້ອງກັນຄວາມສະຫງົບ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.
ໃນພິທີ ພັອ ທັດສະພອນ ວົງພະຈັນ ໄດ້ຍົກໃຫ້ເຫັນ ສະພາບການຖືກປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ, ການຊີ້ນຳ-ບັນຊາ ໃນການຜ່າວົງປິດລ້ອມ, ການເຄື່ອນທັບ 10 ກວ່າວັນ, ເຊິ່ງກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວ ສາມາດຜ່າວົງປິດລ້ອມທີ່ໜາແໜ້ນ ຂອງສັດຕູ ໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ, ທັງຍົກໃຫ້ຄວາມສຳຄັນ ແລະ ປັດໄຈພື້ນຖານ ທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ; ເຊິ່ງແມ່ນເຫດການປະຫວັດສາດທີ່ສໍາຄັນ ໄດ້ສ່ອງແສງໃຫ້ເຫັນວ່າການນໍາພາ ຂອງພັກຖືກຕ້ອງ, ສະຫຼາດສ່ອງໃສແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກຳລັງປະກອບອາວຸດພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກຳລັງປະກອບອາວຸດເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກຳລັງປະກອບອາວຸດ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງ ຂອງສັດຕູ.
ຕໍ່ກັບວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການ ແລະ ການເຄື່ອນໄຫວ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ໃນໄລຍະປີ 1957-1959, ການວາງແຜນໂຕນອອກຈາກຄຸກ, ການເຄື່ອນໄຫວ ຂອງບັນດາຜູ້ນຳປະຕິວັດ ໃນເວລາຖືກກັກຂັງຢູ່ໃນຄຸກ, ການກະກຽມໂຕນອອກຈາກຄຸກໂພນເຄັງ ແລະ ສາເຫດການໂຕນຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ ຍ້ອນການນຳພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດ ຂອງປະທານ ໄກສອນ ພົມວິຫານ, ຄຽງຄູ່ກັບນໍ້າໃຈຮັກຊາດອັນແຮງກ້າ ຂອງບັນດາຜູ້ເຮົາ ທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະ, ມີໄຫວພິບ ແລະ ຄວາມສາມາດຂົນຂວາຍ, ສຶກສາອົບຮົມສາລະຫວັດທະຫານ, ເຮັດໃຫ້ສັດຕູການມາເປັນມິດຮ່ວມຕາຍນຳກັນ, ເຂົາເຈົ້າເປັນຜູ້ໄຂປະຕູຄຸກ ພ້ອມທັງເປັນຜູ້ປ້ອງກັນ ແລະ ພາທາງຜູ້ນຳ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງຢ່າງປອດໄພ, ລວມທັງການສະໜັບສະໜູນ, ຊ່ວຍເຫຼືອ ຂອງປະຊາຊົນ ແລະ ທຸກຊັ້ນຄົນ, ພະສົງອົງຄະເຈົ້ານະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຄອບຄົວລູກຫຼານ ຂອງຜູ້ນຳ, ການເຄື່ອນ ໄຫວ ຂອງຜູ້ຊົງຄູນວຸດທິ, ຜູ້ຮັກຫອມສັນຕິພາບເປັນກາງ ແລະ ການສະໜັບສະໜູນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ປະເທດສັງຄົມນິຍົມອ້າຍນ້ອງ ເພື່ອກົດດັນໃຫ້ພວກດປະຕິການຕ້ອງຮັບປະກັນຊີວິດ ໃຫ້ແກ່ຜູ້ນຳທັງໝົດ. ການໂຕນຄຸກແບບລວມໝູ່ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ເປັນເຫດການຄັ້ງມະຫັດສະຈັນ ມີຄວາມສ່ຽງສູງທີ່ສຸດ, ບໍ່ມີຜູ້ໃດຈະຄິດວ່າຈະເປັນໄປໄດ້, ເຮັດໃຫ້ສັດຕູຕົກຕະລຶງ ແລະ ຢ້ານກົວຕໍ່ກຳລັງປະກອບອາວຸດປະຕິວັດ ຂອງພວກເຮົາ.
ພັອ ປອ. ຄຳສິງເມືອງເໜືອ ໄດ້ຍົກໃຫ້ເຫັນຄວາມເປັນມາ ຂອງວັນກໍາມະກອນສາກົນ ແມ່ນວັນປະຫວັດສາດ ແຫ່ງການຕໍ່ສູ້ ຂອງຊາວກໍາມະກອນຜູ້ອອກແຮງງານ ທີ່ມີຄວາມເດັດດ່ຽວຕ້ານຄວາມບໍ່ຍຸຕິທໍາ ຂອງພວກນາຍທືນ ຍ້ອນເວລານັ້ນ ຊາວກໍາມະກອນ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ຈາກພວກນາຍທຶນ ໃນຍຸກປະຕິວັດອຸດສາຫະກຳ, ເຊິ່ງບັງຄັບໃຫ້ກຳມະກອນເຮັດວຽກໜັກເຖິງ 14-15 ຊົ່ວໂມງຕໍ່ມື້, ແຕ່ໄດ້ຮັບຄ່າແຮງງານຕໍ່າ ແລະ ບໍ່ມີສະຫວັດດີການ ຈຶ່ງເຮັດໃຫ້ເກີດມີຂະບວນການລຸກຮື້ຂຶ້ນຕໍ່ສູ້ ໂດຍມີກຳມະກອນກວ່າ 340,000 ຄົນ ຮ່ວມກັນນັດຢຸດງານ ເພື່ອທວງເອົາສິດທິພື້ນຖານ: "ເຮັດວຽກ 8 ຊົ່ວໂມງ, ພັກຜ່ອນ 8 ຊົ່ວໂມງ ແລະ ຮໍ່າຮຽນ 8 ຊົ່ວໂມງ" ເຖິງແມ່ນວ່າຈະຖືກປາບປາມຢ່າງຮຸນແຮງຈົນມີຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈຳນວນຫຼວງຫຼາຍ, ແຕ່ຂະບວນການດັ່ງກ່າວໄດ້ກາຍເປັນກະແສຟອງອັນໃຫຍ່ຫຼວງໄປທົ່ວໂລກ; ຈົນຮອດວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ທີ່ນະຄອນຫຼວງປາຣີ ຈຶ່ງໄດ້ມີມະຕິກຳນົດເອົາວັນ ທີ 01 ພຶດສະພາ ຂອງທຸກໆປີ ເປັນວັນກຳມະກອນສາກົນ. ຈາກນັ້ນ ທ່ານຍັງໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງກໍາລັງພະລາທິການ ປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງດັ່ງກ່າວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ແລະ ຮັບປະກັນໃຫ້ແກ່ວຽກງານປ້ອງກັນຄວາມສະຫງົບແຕ່ລະໄລຍະ ໄດ້ຮັບຜົນເປັນຢ່າງດີ.