ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ຂອງກະຊວງປ້ອງກັນຄວາມສະຫງົບ
📅 ວັນທີ: 09/04/2026
ວັນທີ 03 ເມສາ 2026 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ຂອງກະຊວງປ້ອງກັນຄວາມສະຫງົບ ທີ່ກະຊວງປ້ອງກັນຄວາມສະຫງົບ,ໃຫ້ກຽດເຂົ້າຮ່ວມໂດຍ ພົນເອກ ວິໄລ ຫຼ້າຄໍາຟອງ ກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ໃນພິທີຍັງໄດ້ ປະກາດຍົກຍ້າຍ ພະນັກງານການນໍາຊັ້ນສູງ ໄປຮັບໜ້າທີ່ໃໝ່ ຄື: ພົຈວ ປອ ຄຳແຝງ ວັນດີໄຊ ຫົວໜ້າກົມຄົ້ນວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງຊາດ.